ຫວຽດນາມສະເໜີຮ່ວມມືASEMຄວນເຊື່ອມຈອດກັນຢ່າງແໜັນແຟ້ນກັບບັນດາເປົ້າໝາຍພັດທະນາແບບຍືນຍົງ

ຫວຽດນາມສະເໜີຮ່ວມມືASEMຄວນເຊື່ອມຈອດກັນຢ່າງແໜັນແຟ້ນກັບບັນດາເປົ້າໝາຍພັດທະນາແບບຍືນຍົງ - ảnh 1
ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ເວທີ​ປາ
​ໄສ​ຮ່ວມ​ມື ອາຊີ - ​ເອີຣົບ (ASEM) ຄັ້ງ​ທີ 12
(ພາບ: TTXVN)

(vovworld) – ​ພາຍຫລັງ​ພິທີ​ໄຂ​ໃນ​ວັນ​ທີ 5/11, ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ເວທີ​ປາ​ໄສ​ຮ່ວມ​ມື ອາຊີ - ​ເອີຣົບ (ASEM) ຄັ້ງ​ທີ 12 ​ໄດ້ດຳ​ເນີນວາລະ​ປະຊຸມ​​ທຳ​ອິດ​ຢ່າງ​ເປັນ​ທາງ​ການກ່ຽວ​ກັບ “ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ, ​ໂຄງການ​ດຳ​ເນີນ​ງານ 2030 ກ່ຽວກັບການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ຄຸ້ມ​ຄອງ ​ແລະ ຫລຸດຜ່ອນຄວາມ​ສ່ຽງ​ໄພ​ທຳ​ມະ​ຊາດ”. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ບູຍ​ແທງ​ເຊີນ, ຫົວໜ້າ​ຄະນະຜູ້​ແທນ ຫວຽດນາມ ສະ​ເໜີ​ການ​ເຈລະຈາ ​ແລະ ຮ່ວມ​ມື ASEM ຄວນ​​​ເຊື່ອມ​ຈອດ​ຢ່າງ​ແໜ້ນ​ແຟ້ນ ກັບ​ບັນດາ​ເປົ້າ​ໝາຍ​ພັດທະນາ​ແບບ​ຍືນ​ຍົງ, ​ໃນ​ນັ້ນ ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​​ເຖິງການ​ລົບ​ລ້າງ​ຄວາມ​ອຶດຫິວ ຫລຸດຜ່ອນຄວາມທຸກ​ຍາກ, ຮັດ​ແຄບ​ຄວາມ​ຜິດ​ໂຕນ​ກັນ​ໃນ​ການ​ພັດທະນາ, ຮັບປະກັນ​ຊີວິດ​ສັງຄົມ, ຄວາມສະ​ເໝີ​ພາບ​ລະຫວ່າງ​ຍິງ - ຊາຍ ​ແລະ ຮັບ​ມື​ກັບ​ບັນດາ​ສິ່ງ​ທ້າ​ທາຍ​ທົ່ວ​ໂລກ

​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ຄວາມມານະ​ພະຍາຍາມລວມຂອງ ASEM, ຫວຽດນາມ ສະ​ເໜີ​ຂໍ້​ລິ​ເລີ່​ມ​ໃໝ່​ຈັດ​ຕັ້ງ “ກອງ​ປະຊຸມ ASEM ກ່ຽວ​ກັບ​ການ​ຄຸ້ມ​ຄອງ ​ແລະ ຫລຸດຜ່ອນ​ຄວາມ​ສ່ຽງ​ໄພ​ທຳ​ມະ​ຊາດ: ມີ​ຫົວຄິດ​ປະດິດ​ສ້າງ ​ແລະ ​ເຕັກ​ໂນ​ໂລ​ຢີ​ເພື່ອ​ພັດທະນາ​ແບບ​ຍືນ​ຍົງ, “ ຢູ່ ຫວຽດນາມ ​ໃນ​ປີ 2016 ​ແລະ ​ໄດ້​ຮັບ​ການ​ສະໜັບສະໜູນ​ ​ແລະ ​ເຂົ້າ​ຮ່ວມ​ສ້າງຂໍ້​ລິ​ເລີ່​ມຮ່ວມຈາກ​ບັນດາ​ປະ​ເທດສະມາ​ຊິກ. ຫົວໜ້າ​ຄະນະ ຫວຽດນາມ ສະ​ເໜີ ASEM ຕ້ອງ​ສົມທົບ​ກັນ​ລະຫວ່າງ​ບັນດາ​ການ​ເຄື່ອນ​ໄຫວ, ຂໍ້​ລິ​ເລີ່​ມ​ໃນ ASEM ຢ່າງ​ຄົບ​ຊຸດ ​ແລະ ມີ​ປະສິດທິ​ຜົນ ກໍຄື​ກັບ​ບັນດາ​ກົນ​ໄກ​ອື່ນໆ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນຄູ່​ຮ່ວມ​ມື​ທົ່ວ​ໂລກ ​ເພື່​ອພັດທະນາ​ແບບ​ຍືນ​ຍົງ.

 

ຂ່າວ/ບົດ​ອື່ນ