ຫວຽດນາມສະໜັບສະໜູນເລື່ອງສ້າງຕັ້ງລັດປາແລດສະຕິນ

ຫວຽດນາມສະໜັບສະໜູນເລື່ອງສ້າງຕັ້ງລັດປາແລດສະຕິນ - ảnh 1
(ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ​ຕ້ອນ​ຮັບ​
ທ່ານ​ເອກ​ອັ​ກ​ຄະ​ລັດ​ຖະ​ທູດ​ປາ​ແລດ​ສະ​ຕິນ​ ປະ​ຈຳ​ຫວຽດ​ນາມ Saadi Salama)

(vovworld) - ຕອນ​ບ່າຍ​ວັນ​ທີ 18/10, ຢູ່​ສຳ​ນັກ​ງານ​ປະ​ທານ​ປະ​ເທດ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ເອກ​ອັ​ກ​ຄະ​ລັດ​ຖະ​ທູດ​ປາ​ແລດ​ສະ​ຕິນ​ ປະ​ຈຳ​ຫວຽດ​ນາມ Saadi Salama ເຂົ້າ​ຢ້ຽມ​ຂ່ຳ​ນັບ​ຕາມ​ພິ​ທີ​ການ​ທູດ. ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ຢືນ​ຢັນ​ຫຼັກ​ໝັ້ນ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຫວຽດ​ນາມ ແມ່ນ​ສະ​ໜັບ​ສະ​ໜູນ​ການ​ຕໍ່​ສ​ູ້​ອັນ​ຊອບ​ທຳ​ຂອງ​ປະ​ຊາ​ຊົນ​ປາ​ແລດ​ສະ​ຕິນ ເພື່ອ​ບັນ​ດາ​ສິດ​ພື້ນ​ຖານ​ຂອງ​ຊາດ​ຕົນ. ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ການ​ສ້າງ​ຕັ້ງ​ລັດ​ປາ​ແລດ​ສະ​ຕິນ ເອ​ກະ​ລາດ ບົນ​ພື້ນ​ຖານ​ບັນ​ດາ​ມະ​ຕິ​ຂອງ​ສະ​ຫະ​ປະ​ຊາ​ຊາດ ແລະ ຮັບ​ປະ​ກັນ​ສິດ​ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ບັນ​ດາ​ຝ່າຍ; ສະ​ໜັບ​ສະ​ໜູນ​ການ​ຊຸກຍ​ູ້​ການ​ເຈ​ລະ​ຈາ, ແກ້​ໄຂ​ບັນ​ດາ​ການ​ປະ​ທະ​ກັນ​ໂດຍ​ສັນ​ຕິ​ວິ​ທີ. ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍ​ວາງ ປາດ​ຖະ​ໜາ​ວ່າ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທ​ູດ Saadi Salama ​ຈະສືບ​ຕໍ່​ແມ່ນ​ຂົວ​ເຊື່ອມ​ຕໍ່​ສະ​ໜິດ​ຕິດ​ພັນ ແລະ ຮັດ​ແໜ້ນ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດໃນ​ທຸກ​ຂົງ​ເຂດກວ່າ​ອີກ, ຊ່ວຍ​ໃຫ້​ປະ​ຊາ​ຊົນ​ປາ​ແລດ​ສະ​ຕິນ ເຂົ້າ​ໃຈ​ປະ​ຊາ​ຊົນ​ຫວຽດ​ນາມ ກວ່າ.

        ສ່ວນ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Saadi Salama ສະ​ແດງ​ໃຫ້​ເຫັນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​​ວ່າ, ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ຈະ​ສືບ​ຕໍ່​ພັດ​ທະ​ນາ​ໃນ​ອະ​ນາ​ຄົດ, ແມ່ນປະ​ຖົມ​ປັດ​ໃຈ​ເພື່ອ​ໃຫ້ 2 ຝ່າຍ​ເປີດ​ກວ້າງ​ບັນ​ດາ​ການ​​ເຄື່ອນ​ໄຫວ​ພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ ແລະ ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ນຳ​ກັນ.

ຂ່າວ/ບົດ​ອື່ນ