ຫວຽດນາມສ້າງທຸກເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ແລະ ນັກລົງທຶນອີຢິບ

(VOVWORLD) -ຕອນບ່າຍວັນທີ 04 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Ioannis E.Raptakis ເອກອັກຄະລັດຖະທູດອີຢິບປະຈຳຫວຽດນນາມ.
ຫວຽດນາມສ້າງທຸກເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ແລະ ນັກລົງທຶນອີຢິບ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະທ່ານ Ioannis E.Raptakis ເອກອັກຄະລັດຖະທູດອີຢິບປະຈຳຫວຽດນນາມ 

ທີ່ການຕ້ອນຮັບ, ທ່ານ ເອກອັກຄະລັດຖະທູດ Raptakis ຢັ້ງຢືນວ່າ ອີຢິບຍາມໃດກໍຖືເປັນສຳຄັນການເພີ່ມທະວີການພົວພັນກັບຫວຽດນາມ ແລະ ຖືວ່າ ລະດັບວົງເງິນສົ່ງອອກ 330 ລ້ານ  USD ໃນປັດຈຸບັນ ແມ່ນຍັງບໍ່ທັນສົມກັບຄວາມສາມາດບົ່ມຊ້ອນ. ທ່ານເອກອັກຄະລັດຖະທູດ ປາດຖະໜາວ່າ ອົງການເຈົ້າໜ້າທີ່ສອງປະເທດຈະຊຸກຍູ້ເພື່ອຍົກສູງວົງເງິນສົ່ງອອກ ແລະ ສອງປະເທດຈະລົງນາມໃນສັນຍາບໍ່ເສຍພາສີສອງເທື່ອ ແລະ ສັນຍາການຂົນສົ່ງທາງເດີນທະເລ ໂດຍໄວ ເພື່ອອຳນວຍຄວາມສະດວກໃຫ້ແກ່ການຮ່ວມມມືລະຫວ່າງສອງຝ່າຍ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາວ່າ ອີຢິບຈະສະໜັບສະໜູນຫວຽດນາມຊຸກຍູ້ການພົວພັນກັບອີຢູ, ສະໜັບສະໜູນຫວຽດນາມລົງນາມຢ່າງເປັນທາງການ ແລະ ຜັນຂະຫຍາຍສັນຍາການຄ້າເສລີຫວຽດນາມ - ອີຢູ (EVFTA) ໂດຍໄວ, ຜ່ານນັ້ນ ເປີດສະພາບແວດລ້ອມການຮ່ວມມືກັນດ້ານເສດຖະກິດ, ການຄ້າລະຫວ່າງສອງຝ່າຍ. ຫວຽດນາມປາດຖະໜາຢາກຮ່ວມມືກັບອີຢິບໃນບັນດາຂົງເຂດທີ່ອີຢິບມີທ່າແຮງ ເຊັ່ນ ການຕໍ່ກຳປັ່ນ; ບໍລິການສ້ອມແປງ ແລະ ຄຸ້ມຄອງບັນດາການເຄື່ອນໄຫວຂອງກຳປັ່ນ; ຕອບສະໜອງການບໍລິການຂົນສົ່ງທາງທະເລ, ຂຸດຄົ້ນທ່າແຮງຂອງທ່າກຳປັ່ນ ແລະອື່ນໆ. ທ່ານນາຍົກລັດຖະມົນຕີຢັ້ງຢືນວ່າ ຫວຽດນາມຍາມໃດກໍສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ແລະ ນັກລົງທຶນຂອງອີຢິບເຂົ້າມາຫວຽດນາມ ແລະ ປາດຖະໜາວ່າ ທ່ານເອກອັກຄະລັດຖະທູດຈະຈັດຕັ້ງໃຫ້ຫຼາຍຄະນະວິສາຫະກິດອີຢິບມາຫວຽດນາມ ເພື່ອຊອກຫາໂອກາດລົງທຶນດຳເນີນທຸລະກິດ. ທ່ານນາຍົກລັດຖະມົນຕີ ກໍໄດ້ສະເໜີໃຫ້ສອງຝ່າຍ ຈົ່ງຊຸກຍູ້ປະຕິບັດການເຈລະຈາໃຫ້ສຳເລັດ, ລົງນາມໃນສັນຍາບໍ່ເສຍພາສີສອງເທື່ອ ແລະ ສັນຍາຂົນສົ່ງທາງທະເລ ໂດຍໄວ ບົນພື້ນຖານມີໄຫວພິບ, ຊອກຫາວິທີການໃຫ້ສົມເຫດສົມຜົນ ເພື່ອຜົນປະໂຫຍດລວມຂອງທັງສອງຝ່າຍ;

ຕອບກັບ

ຂ່າວ/ບົດ​ອື່ນ