ຫວຽດນາມສ້າງໄດ້ຄວາມສົມດູນທາງດ້ານເພດໃນຊັ້ນປະຖົມ

ຫວຽດນາມສ້າງໄດ້ຄວາມສົມດູນທາງດ້ານເພດໃນຊັ້ນປະຖົມ - ảnh 1

(vovworld) - ຕາມ​ບົດ​ລາຍ​ງານ “ຄວາມ​ກ້າວໜ້າ​ໃຫ້​ເດັກນ້ອຍ“ ຂອງ​ກອງ​ທຶນ​ສະຫະ​ປະຊາ​ຊາດ​ເພື່ອ​ເດັກນ້ອຍ (UNICEF) ຢູ່​ຫວຽດນາມ ທີ່​ປະກາດ​ໃນ​ວັນ​ທີ 23/6 ​ແລ້ວ, ຫວຽດນາມ ບັນລຸ​ໄດ້​ຄວາມ​ສົມ​ດູ​ນທາງ​ດ້ານ​ເພດ​ໃນ​ຊັ້ນ​ປະຖົມ. ບົດ​ລາຍ​ງານ​ນີ້​ກໍ່​ຊີ້​ແຈ້ງວ່າ: ຫວຽດນາມ ​ບັນລຸ​ໄດ້​ຄວາມ​ກ້າວໜ້າ​ຫຼາຍ​ພໍ​ສົມຄວນ, ນັບ​ແຕ່​ປີ 2000, ອັດຕາ​ການ​ຕາຍ​ຂອງ​ເດັກ​ທີ່​ມີ​ອາຍຸ​ຕຳ່​ກວ່າ 5 ປີ​ໄດ້​ຫຼຸດ​ລົງ​ເຄິ່ງໜຶ່ງ (ຈາກ 39 ລົງ​ເຫຼືອ​ພຽງ 20 ຄົນ​ໃນ​ຈຳນວນ​ເດັກ 1000 ຄົນ, ຈຳນວນ​ເດັກນ້ອຍ​ຂາດ​​ໂພ​ສະນາ​ການ​ໄດ້​ຫຼຸດ​ລົງ 1/3 (ຈາກ 36% ​ເຫຼືອ​ພຽງ 25%) ​ແລະ ອັດຕາ​ຜູ້ນຳ​ໃຊ້​ນຳ້​ສະອາດ​ໄດ້​ເພີ່ມ​ຂຶ້ນ​ຈາກ 78%-92%. ທ່ານ Youssouf Abdel – Jelil, ຫົວໜ້າຜູ້ຕາງໜ້າ ກອງ​ທຶນ​ສະຫະ​ປະຊາ​ຊາດ​ເພື່ອ​ເດັກນ້ອຍ​ປະຈຳ​ຫວຽດນາມ ​ເນັ້ນ​ໜັກ​ວ່າ: ກອງ​ທຶນ​ສະຫະ​ປະຊາ​ຊາດ​ເພື່ອ​ເດັກນ້ອຍ ກໍ່​ຈະ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ຄູ່​ຮ່ວມ​ມື​ຫວຽດນາມ ​ເພື່ອ​ປະຕິບັດ​ບັນດາ​ຄາດໝາຍ​ພັດທະນາ​ແບບ​ຍືນ​ຍົງ, ພ​ິເສດ​ແມ່ນ​ໃນ​ການ​ເຄື່ອນ​ໄຫວ​ຊ່ວຍ​ເຫຼືອ​ເດັກນ້ອນ.

ຂ່າວ/ບົດ​ອື່ນ