ຫວຽດນາມ-ອົດສະຕາລີຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກພາຍຫຼັງສົງຄາມ

ຫວຽດນາມ-ອົດສະຕາລີຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກພາຍຫຼັງສົງຄາມ - ảnh 1
ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ພົນ​ໂທ ຫງວຽນ​ຈີ໋ວີ້ງ ຢ້ຽມຢາມ ອົດສະຕາລີ
(ພາບ: Võ Giang/Vietnam+)

(vovworld) –  ຫວຽດນາມ - ​ອົດ​ສະ​ຕາ​ລີ​ຮ່ວມ​ມື​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ລະ​ເບີດ​ບໍ່​ທັນ​​ແຕກ​ພາຍຫຼັງ​ສົງຄາມ - ​ແມ່ນ​ໜຶ່ງ​ໃນ​ບັນດາ​ເນື້ອ​ໃນ​​ໄດ້​ຮັບ​ການ​ເຕື້ອງ​ເຖິງ​ໃນ​ການ​ພົບ​ປະລະ​ຫວ່າງ​ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ພົນ​ໂທ ຫງວຽນ​ຈີ໋ວີ້ງ ກັບ​ເຈົ້າ​ໜ້າ​ທີ່​ອົດ​ສະ​ຕາ​ລີ ​ເນື່ອງ​ໃນ​ໂອກາດ​ຢ້ຽມຢາມ​ປະ​ເທດ​ນີ້​ແຕ່​ວັນ​ທີ 7 – 12/4. 2 ຝ່າຍ​ກໍ່​ໄດ້​ແລກປ່ຽນ​ກ່ຽວ​ກັບ​ມາ​ດຕະການ​ໜູນ​ຊ່ວຍ​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ລະ​ເບີດ​ບໍ່​ທັນ​ແຕກ ​​ເຊື່ອມ​ຕົວ​ເຂົ້າ​ກັບ​ວົງ​ຄະນະ​ຍາດ. ຝ່າຍ​ອົດ​ສະ​ຕາ​ລີ ຕີ​ລາຄາ​ສູງ​ຄວາມ​ມານະ​ພະຍາຍາມ​ຂອງ ລັດ​ຖະບານ ​ແລະ ປະຊາຊົນ ຫວຽດນາມ​ໃນ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ລູກ​ລະ​ເບີດ​ບໍ່​ທັນ​ແຕກ​ພາຍຫຼັງ​ສົງຄາມ ​ແລະ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຮ່ວມ​ມື, ໜູນ​ຊ່ວຍ ຫວຽດນາມ ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​​ລະ​ເບີດ. ​ເນື່ອງ​ໃນ​ໂອກາດ​ນີ້, ພົນ​​ໂທ ຫງວຽນ​ຈີ໋ວີ້ງ, ກໍ່​ໄດ້​ໄປ​ຢ້ຽມຢາມ​ສູນ​ໜູນ​ຊ່ວຍບັນດາຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ລະ​ເບີດບໍ່​ທັນ​ແຕກ​ເຊື່ອມ​ຕົວ​ເຂົ້າ​ກັບ​ວົງ​ຄະນະ​ຍາດ​ຂອງ​ອົດ​ສະ​ຕາ​ລີ.




ຂ່າວ/ບົດ​ອື່ນ