ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຮ່ວາງຈູງຫາຍ ແລະ
ທ່ານຮອງປະທານາທິບໍດີ ອາຟຼິກາໃຕ້ Cyril Ramaphosa
ພາບ:TTXVN
|
(vovworld)- ຕອນບ່າຍວັນທີ 4/8, ຢູ່ ນະຄອນ Cape Town ນະຄອນຫລວງ ຂອງ ອາຟຼິກາໃຕ້, ທ່ານຮອງປະທານາທິບໍດີ Cyril Ramaphosa ເປັນເຈົ້າພາບພິທີຕ້ອນຮັບ ແລະ ເຈລະຈາກັບທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຮ່ວາງຈູງຫາຍ. ທີ່ການເຈລະຈາ, ທ່ານຮອງປະທານາທິບໍດີ Cyril Ramaphosa ໄດ້ຕີລາຄາສູງການຢ້ຽມຢາມມີຄວາມໝາຍສຳຄັນໃນໄລຍະ ສອງປະເທດພວມຍູ້ແຮງການຮ່ວມມືຮອບດ້ານໃນຂອບເຂດການພົວພັນ “ຄູ່ຮ່ວມມືເພື່ອການຮ່ວມມື ແລະ ພັດທະນາ”. ສອງຝ່າຍໄດ້ປຶກສາຫາລື ແລະ ເຫັນດີກ່ຽວກັບບັນດາຂົງເຂດເປັນເສົາຄ້ຳ, ບັນດາມາດຕະການບຸລິມະສິດ ເພື່ອຊຸກຍູ້ການຮ່ວມມືສອງຝ່າຍໃຫ້ເຂັ້ມແຂງກວ່າອີກ ຕ່າງຝ່າຍຕ່າງມີຜົນປະໂຫຍດໃນທຸກຂົງເຂດ. ສອງຝ່າຍ ຢືນຢັນຄວາມຕັດສິນໃຈ ນຳວົງເງິນການຄ້າສອງຝ່າຍຂຶ້ນທົບສອງເທົ່າເມື່ອທຽບກັບປະຈຸບັນ. ສອງຝ່າຍແລກປ່ຽນກ່ຽວກັບການປະສານສົມທົບ ແລະ ຫນູນຊ່ວຍເຊິ່ງກັນ ແລະກັນ ໃນບັນດາເວທີປາໄສສາກົນ.