ຫວຽດນາມ-ອາເມລິກາເພີ່ມທະວີການຮ່ວມມືໃນຂົງເຂດອຸດສາຫະກຳປ້ອງກັນຊາດກວ່າອີກ

ຫວຽດນາມ-ອາເມລິກາເພີ່ມທະວີການຮ່ວມມືໃນຂົງເຂດອຸດສາຫະກຳປ້ອງກັນຊາດກວ່າອີກ - ảnh 1
(ຫວຽດນາມ-ອາເມລິກາເພີ່ມທະວີການຮ່ວມມື
ໃນຂົງເຂດອຸດສາຫະກຳປ້ອງກັນຊາດກວ່າອີກ)

(vovworld) - ຫວຽດນາມ-ອາ​ເມ​ລິ​ກາ​ເພີ່ມ​ທະວີ​ການ​ຮ່ວມ​ມື​​ໃນ​ຂົງ​ເຂດ​ອຸດສາຫະກຳ​ປ້ອງ​ກັນຊາ​ດຍິງກວ່າ​ອີກ. ນີ້ແມ່ນຄຳເຫັນລວມຂອງ​ພົນ​ໂທ ຫງວຽນ​ຈິ​ວິ້ງ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ແລະ ທ່ານ Michael Walter Michalak, ຮອງ​ປະທານ​ຂັ້ນ​ສູງ​ສະພາ​ການ​ຄ້າ​ອາ​ເມລິ​ກາ - ອາ​ຊຽນ, ທີ່​ກາ​ນພົບ​ປະ​ໃນ​ຕອນ​ບ່າຍ​ວັນ​ທີ 16/03, ຢູ່ຮ່າ​ໂນ້ຍ. 2 ຝ່າຍ​ໄດ້​ເຫ​ັນດີ​ນຳ​ກັນ​ວ່າ ກາ​ນພົວພັນ​ລະຫວ່າງ​ຫວຽດນາມ - ອາ​ເມ​ລິ​ກາ ​ໃນ​ໄລຍະ​ຜ່ານ​ມາ​ໄດ້​ພັດທະນາ​ຕາມ​ທິດ​ນັບ​ມື້​ນັບ​ດີງາມ​ກວ່າ; ​ໃນ​ນັ້ນ​ມີ​ຂົງ​ເຂດ​ຮ່ວມ​ມື​ປ້ອງ​ກັນຊາ​ດ; ການ​ຮ່ວມ​ມື​ໜູນ​ຊ່ວຍ​ມະນຸດ​ສະທ​ຳ, ຮັບ​ມື​ກັບ​ໄ​ພ​ທຳ​ມະ​ຊາດ… ພົນ​ໂທ ຫງວຽນ​ຈິ​ວິ້ງ ​ໃຫ້​ຮູ້​ວ່າ, ການ​ຮ່ວມ​ມື​ດ້ານ​ອຸດສາຫະກຳ​ປ້ອງ​ກັນ​ປະ​ເທດ​ລະຫວ່າງ 2 ປະ​ເທດ​ໃນ​ປະຈຸ​ບັນ ຍັງ​ບໍ່​ທັນ​ເໝາະສົມ​ກັບ​ການ​ພົວພັນ​ຢ່າງ​ມີ​ປະສິດທິ​ຜົນ​ຂອງ 2 ຝ່າຍເທື່ອ. ​​ໂດຍເຫັນ​ດີ​ກັບ​ທັດ​ທະນະ​ຂອງ ພົນ​ໂທ ຫງວຽນ​ຈິ​ວິ້ງ, ທ່ານ Michael Walter Michalak ​ໃຫ້​ຮູ້​ວ່າ, ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ອາ​ເມ​ລິ​ກາ ຈະ​​ແຕ່ງ​ຕັ້ງ​ຄະນະ​ວິ​ສາ​ຫະກິດ​ມາ​ຫວຽດນາມ ​ເພື່ອ​ຊອກ​ຮູ້​ຄວາມ​ສາມ​າດກ່ຽວ​ກັບການ​ຮ່ວມ​ມື​ຂອງ​ບັນດາ​ວິ​ສາ​ຫະກິດ​ປ້ອງ​ກັນ​ປະ​ເທດ ຫວຽດນາມ.

ຂ່າວ/ບົດ​ອື່ນ