ຫວຽດນາມຮຽກຮ້ອງຈີນຢຸດຕິການກະທຳລະເມີດອະທິປະໄຕຂອງຫວຽດນາມ

ຫວຽດນາມຮຽກຮ້ອງຈີນຢຸດຕິການກະທຳລະເມີດອະທິປະໄຕຂອງຫວຽດນາມ - ảnh 1
(ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລ​ຫາຍ​ບິ່ງ)

(vovworld) - ບັນດາ​ອົງການ​ກ່ຽວຂ້ອງ​ຂອງ ​ຫວຽດນາມໃຫ້​ຮູ້​ວ່າ, ວັນ​ທີ 6/1, ຍົນພົນລະ​ເຮືອນ​ຂະໜາດ​ໃຫຍ່ 2 ລຳ​ຂອງ​ ຈີນ ​ໄດ້​ລົງ​ຈອດ​ຢູ່​ສະໜາມ​ບິນ​ເຊິ່ງ ຈີນ​ໄດ້​ກໍ່ສ້າງ​ຢ່າງ​ຜິດ​ກົດໝາຍ​ຢູ່​ເກາະ​ຫີນ ຈື​ເທິ​ບ ທີ່​ຂຶ້ນ​ກັບ​ໝູ່​ເກາະ ​ເຈື່ອງ​ຊາ. ກ່ຽວ​ກັບ​ການ​ກະທຳ​ນີ້​ຂອງ​ຈີນ, ວັນ​ທີ 7/1, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລ​ຫາຍ​ບິ່ງ, ຖະ​ແຫຼ​ງວ່າ:

        “ອີກ​ເທື່ອ​ໜຶ່ງ, ຫວຽດນາມ​ຄັດຄ້ານ​ການ​ກະທຳ​ດັ່ງກ່າວ​ຂອງ​ ຈີນຢ່າງ​ແຮງ. ນີ້​ແມ່ນ​ການ​ກະທຳ​ລະ​ເມີດ​ອະທິປະ​ໄຕ​ຂອງ​ ຫວຽດນາມ​ຢ່າງ​ຮ້າຍ​ແຮງ, ນາບ​ຂູ່​​ເຖິງສັນຕິພາບ, ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ ກໍ່​ຄື​ຄວາມ​ປອດ​ໄພ, ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ ​ແລະ ການ​ບີນຢູ່​ທະ​ເລ​ຕາ​ເວັນ​ອອກ. ຫວຽດນາມ​ເດັດ​ດ່ຽວ​ຮຽກຮ້ອງ​ຈີນ​ຢຸດຕິ​ບັນດາ​ການ​ກະທຳ​ທີ່​ຄ້າຍຄື​ກັນ, ບໍ່​ໄດ້​ມີ​ການ​ກະທຳ​ລະ​ເມີດ​ອະທິປະ​ໄຕ​ຂອງ​ ຫວຽດນາມ​ສຳລັບ​ໝູ່​ເກາະ​ເຈື່ອງ​ຊາ, ​ເຄົາລົບ​ບັນດາ​ຂໍ້​ກຳນົດ​ທີ່​ກ່ຽວຂ້ອງ​ຂອງ​ກົດໝາຍ​ສາກົນ, ບໍ່​ໄດ້​ມີ​ການ​ກະທຳ​​ເປີດ​ກວ້າງ ​ຫຼືເຮັດ​ໃຫ້​ສະພາບຂັດ​ແຍ້​ງກັນ​ສັບສົນ​ຂຶ້ນ​ຕື່ມ. ຫວຽດນາມຢືນຢັນ​ຈະ​ເດັດ​ດ່ຽວ​ປົກ​ປັກ​ຮັກສາ​ອະທິປະ​ໄຕ, ສິດ​ອະທິປະ​ໄຕ ​ແລະ ສິດ​ຕັດສິນ​ຂອງ​ຕົນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ດ້ວຍ​ບັນດາ​ມາດ​ຕະການ​ສັນຕິພາບ​ທີ່​ເໝາະ​ສົມ​ກັບ​ກົດ​ບັດ​ຂອງ​ສະຫະ​ປະຊາ​ຊາດ ​ແລະ ກົດໝາຍ​ສາກົນ.“
ກໍ່ໃນວັນທີ 7/1/2016, ຜູ້ຕາງໜ້າກະຊວງການຕ່າງປະເທດ ຫວຽດນາມ ໄດ້ພົບປະກັບຜູ້ຕາງໜ້າສະຖານທູດ ຈີນ ປະຈຳ ຮ່າໂນ້ຍ ເພື່ອມອບຈົດໝາຍທາງການຄັດຄ້ານ.


ຂ່າວ/ບົດ​ອື່ນ