ຫວຽດນາມເຂົ້າຮ່ວມ ກອງປະຊຸມຕ້ານ ການ ສໍ້ລາດບັງຫຼວງຢູ່ ມາເລເຊຍ

ຫວຽດນາມເຂົ້າຮ່ວມ ກອງປະຊຸມຕ້ານ ການ ສໍ້ລາດບັງຫຼວງຢູ່ ມາເລເຊຍ - ảnh 1
(ພາບປະກອບ)


Vovworld- ​ໂດຍຮັບຄຳເຊີນຈາກລັດຖະບານມາເລເຊຍ, ຄະນະຜູ້ແທນ ຫວຽດນາມໂດຍທ່ານຮອງຫົວໜ້າ ອົງການໄອຍະການປະຊາຊົນສູງສຸດ Nguyen Hai Phong ​ເປັນ​ຫົວໜ້າ​ຄະນະ, ​ໄດ້​ເດີນທາງ​ໄປ​ຍັງ ກົວ​ລາ​ລຳ​ເປີ​ ​​ເພື​ອ່ເຂົ້າ​ຮ່ວມ​ກອງ​ປະຊຸມ​ປະຈຳ​ປີ ​ແລະ ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ່ 6 ຂອງ​ສະຫະ​ສະມາຄົມ​ບັນດາ​ອົງການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ສາກົນ IAACA ຊຶ່ງ​ຖືກ​ຈັດ​ຂຶ້ນ​ແຕ່​ວັນ​ທີ 4 – 7/10. ກອງ​ຊຸມ​ດ້ວຍ​ຫົວ​ເລື່ອງ “ ພາກ​ທີ່ 6 ຂອງ​ສົນທິສັນຍາ ສ.ປ.ຊ ກ່ຽວ​ກັບ​ການຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ : ໜູນ​ຊ່ວຍ​ດ້ານ​ເຕັກ​ນິກ ​ແລະ ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ” ​ໄດ້​ດຶງ​ດູດ​ການ​ເຂົ້່າຮ່ວມ​ຂອງ​ເຈົ້າ​ໜ້າ​ທີ່​ປະມານ 1.000 ຄົນ​ທີ່​ມາ​ຈາກ​ບັນດາ​ອົງການ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຂອງ 100 ປະ​ເທດ​ໃນ​ໂລກ. ກ່າວ​ຄຳເຫັນທີ່​ພິທີ​ໄຂກອງ​ປະຊຸມ​ເມື່ອ​ຕອນ​ຄ່ຳ​ວັນ​ທີ 4/10, ທ່ານ​ນາຍົກລັດຖະມົນຕີມາ​ເລ​ເຊຍ Najib Tun Razak ​ໄດ້​ເນັ້ນ​ໜັ​ກວ່າ ​ສໍ້​ລາດ​ບັງ​ຫຼວງ ​ແມ່ນ​ໄພ​ນາບ​ຂູ່​ທີ່​ຮ້າຍ​ແຮງ​ທີ່​ສຸດ​ຊຶ່ງ​ທຸກໆ​ປະ​ເທດ​ລ້ວນ​ແຕ່​ຕ້ອງ​ມານະ​ພະຍາຍາມ​ສະກັດ​ກັ້ນ​ໃນ​ໄລຍະ​ຍາວ​ນານ. ​ໃນ​ເວລາ 4 ວັນ​ດຳ​ເນີນ​ການ​ປະຊຸມ, ບັນດາ​ຜູ້​ແທນ​ຈະ​ເລັ່ງ​ໃສ່​ປຶກສາ​ຫາລື​ບັນດາ​ຂົງ​ເຂດ​ປະຕິບັດ​ກົດໝາຍ, ວຽກ​ງານ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ຮິບ​ຊັບ​ສົມບັດ, ຮ່ວມ​ມື​ສາກົນ, ການ​ບຳລຸງ​ສ້າງ, ໜູນ​ຊ່ວຍ​ເຕັກນິກ, ​​ເກັບ​ກຳ, ແລກປ່ຽນ, ວິ​ເຄາະ​ຂໍ້​ມູນ​ຂ່າວສານ ​ແລະ ອື່ນໆ .

 

 

ຂ່າວ/ບົດ​ອື່ນ