ຫວຽດ​ນາ​ມ​ເຂົ້າ​ຮ່ວມ ສັບ​ປະ​ດາ ສາ​ກົນ ຢູ່ ອິ​ນ​ເດຍ

(VOVWORLD) -ສັບປະດາສາກົນ ຢູ່ອິນເດຍ ລວມມີບັນດາງານຕະຫຼາດນັດ ແລະ ລາຍການສົ່ງເສີມການຄ້າທາງອອນລາຍ ແລະ ໂດຍກົງ, ດ້ວຍການເຂົ້າຮ່ວມຂອງບັນດາວິສາຫະກິດ, ຄູ່ຮ່ວມມືຂອງ ອິນເດຍ ຢູ່ພາກພື້ນ ອາຊີໃຕ້, ອາຊີຕາເວັນອອກ, ອາຊີຕາເວັນອອກສ່ຽງໃຕ້, ໂອເຊອານີ, ເອີລົບ, ຕາເວັນອອກກາງ ແລະ ອາບຟຼິກາ.
ຫວຽດ​ນາ​ມ​ເຂົ້າ​ຮ່ວມ ສັບ​ປະ​ດາ ສາ​ກົນ ຢູ່ ອິ​ນ​ເດຍ - ảnh 1ທ່ານ ຟ້າມແຊງເຈົາ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນເດຍ ແລະ ຄູ່ຮ່ວມມື ອິນເດຍ

ໃນລະຫວ່າງວັນທີ 15 – 19 ມີນາ, ຜູ້ຕາງໜ້າສະຖານທູດ ຫວຽດນາມ ປະຈຳ ອິນເດຍ ໄດ້ເຂົ້າຮ່ວມສັບປະດາສາກົນ ຢູ່ ອິນເດຍ. ລາຍການນີ້ໂດຍຫ້ອງການການຄ້າ ແລະ ອຸດສາຫະກຳ PHD (ອິນເດຍ) ສົມທົບກັບບັນດາອົງການທູຕານຸທູດ ປະຈຳ ອິນເດຍ ຈັດຕັ້ງ ພາຍໃຕ້ການອຸປະຖຳ ຂອງ ກະຊວງການຕ່າງປະເທດ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ອິນເດຍ.

ສັບປະດາສາກົນ ຢູ່ອິນເດຍ ລວມມີບັນດາງານຕະຫຼາດນັດ ແລະ ລາຍການສົ່ງເສີມການຄ້າທາງອອນລາຍ ແລະ ໂດຍກົງ, ດ້ວຍການເຂົ້າຮ່ວມຂອງບັນດາວິສາຫະກິດ, ຄູ່ຮ່ວມມືຂອງ ອິນເດຍ ຢູ່ພາກພື້ນ ອາຊີໃຕ້, ອາຊີຕາເວັນອອກ, ອາຊີຕາເວັນອອກສ່ຽງໃຕ້, ໂອເຊອານີ, ເອີລົບ, ຕາເວັນອອກກາງ ແລະ ອາບຟຼິກາ. ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ - ການພົວພັນລະຫວ່າງ ອິນເດຍກັບ ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ດ້ວຍຫົວຂໍ້ “ເພີ່ມທະວີການພົວພັນ ອິນເດຍ - ອາຊີຕາເວັນອອກສ່ຽງໃຕ້: ຄູ່ຮ່ວມມືໃນບັນດາໂຄງການ, ທິດທາງຕໍ່ໜ້າ”, ທ່ານ ຟ້າມແຊງເຈົາ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນເດຍ ໄດ້ເນັ້ນໜັກບາງຈຸດພົ້ນເດັ່ນກ່ຽວກັບການຄ້າ ແລະ ການຮ່ວມມືສອງຝ່າຍ ອິນເດຍ ແລະ ບັນດາປະເທດອາຊຽນ.

ທ່ານ ຟ້າມແຊັງເຈົາ ກໍ່ໄດ້ແບ່ງປັນ ກ່ຽວກັບບາງຈຸດສຸມດ້ານເສດຖະກິດ - ການທ່ອງທ່ຽວເຊິ່ງ ຫວຽດນາມ ພວມຊຸກຍູ້ລວມມີ: ສົ່ງເສີມການລົງທຶນຈາກ ຫວຽດນາມ ໄປຍັງອິນເດຍ ໃນຂະແໜງເຫຼັກກ້າ ແລະ ເຕັກໂນໂລຢີຂໍ້ມູນຂ່າວສານ, ສົ່ງເສີມການລົງທຶນ ແລະ ຮ່ວມມືດ້ານເຕັກໂນໂລຢີຈາກ ອິນເດຍເຂົ້າມາ ຫວຽດນາມ ກ່ຽວກັບອຸດສາຫະກຳສະໜັບສະໜູນ, ຜະລິດເຄື່ອງອາໄຫຼ່ ໂອໂຕ, ລົດຈັກ, ວັດສະດຸຕ່ຳແຜ່ນຕັດຫຍິບ, ຮ່ວມມືກັນຈັດສົ່ງຜູ້ອອກແຮງງານທີ່ມີສີມື, ຊັບພະຍາກອນທີ່ມີຄຸນນະພາບສູງຈາກອິນເດຍ ກັບຄືນມາ ຫວຽດນາມ

ນັກຂ່າວ VOV ປະຈຳ New Delhi

ຕອບກັບ

ຂ່າວ/ບົດ​ອື່ນ