ຫວຽດນາມເຂົ້າຮ່ວມກອງປະຊຸມສຸດຍອດOsloກ່ຽວກັບການສຶກສາເພື່ອການພັດທະນາ

ຫວຽດນາມເຂົ້າຮ່ວມກອງປະຊຸມສຸດຍອດOsloກ່ຽວກັບການສຶກສາເພື່ອການພັດທະນາ - ảnh 1
ກອງ​ປະຊຸມ​ສຸດ​ຍອດກ່ຽວ​ກັບ​ການ​ສຶກສາ​ເພື່ອ​ການ​ພັດທະນາ ຫາ​ກໍ່​
ດຳ​ເນີນ​ໄປ​ຢູ່ Oslo
(ພາບ: AFP)

(vovworld) - ກອງ​ປະຊຸມ​ສຸດ​ຍອດກ່ຽວ​ກັບ​ການ​ສຶກສາ​ເພື່ອ​ການ​ພັດທະນາ ຫາ​ກໍ່​ດຳ​ເນີນ​ໄປ​ຢູ່ Oslo, ປະ​ເທດ​ນອກ​ແວ ​ໃນ​ລະຫວ່າງ​ວັນ​ທີ 6-7/7. ທີ່​ວາລະ​ເຮັດ​ວຽກ​ຕ່າງໆ, ຜູ້​ແທນ​ສາກົນ​ກວ່າ 400 ຄົນ ​ໄດ້​ສຸມ​ໃສ່​ປຶກສາ​ຫາລື​ມາດ​ຕະການ​ຕ່າງໆ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ອຸປະຖຳ​ໃຫ້​ແກ່​ການ​ສຶກສາ​ເພື່ອ​ການ​ພັດທະນາ, ດ້ວຍ 4 ​ເນື້ອ​ໃນ​ຕົ້ນຕໍ: ​ເພີ່ມ​ທະວີ​ການ​ລົງທຶນ​ໃນ​ຂົງ​ເຂດ​ສຶກສາ ​ເພື່ອ​ຮັບ​ປະກັນ​ການ​ສຶກສາ​ໃຫ້​ເດັກນ້ອຍ​ທຸກ​ຄົນ, ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ສຶກສາ​ໃຫ້​ເດັກ​ຍິງ, ຍົກ​ສູງ​ຄຸນ​ນະພາ​ບການ​ສອນ ​ແລະ ການ​ຮຳ່ຮຽນ ​ແລະ ຊຸກຍູ້​ການ​ສຶກສາ​ໃນ​ກໍລະນີ​ຮີບ​ດ່ວນ ​ແລະ ວິ​ກິດ​ການ.

        ທ່ານ​ລັດຖະມົນຕີ​ວ່າການກະຊວງ​ສຶກສາ ​ແລະ​ບຳລຸງ​ສ້າງ​ຫວຽດນາມ ຟ້າ​ມວຸລ້ວນ, ນຳ​ໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ​ ​ເຂົ້າ​ຮ່ວມ​ກອງ​ປະຊຸມ. ນະ​ທີ່​ນີ້, ທ່ານ​ໄດ້​ແບ່ງປັນ​ບັນດາ​ບົດຮຽນ, ຜົນສຳ​ເລັດ​ຂອງ​ຫວຽດນາມ​ ໃນ​ການ​ພັດທະນາ​ການ​ສຶກສາ ບຳລຸງ​ສ້າງ, ນະ​ໂຍບາຍ ​ແລະ ການ​ລົງທຶນ​ຂອງ​ລັດຖະບານ​ໃນ​ຂົງ​ເຂດ​ສຶກສາ ​ເພື່ອ​ຮັບ​ໃຊ້​ການ​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ​ການ​ນຳ​ໃຊ້​ແຫຼ່ງທຶນ ODA ຢ່າງ​ມີ​ປະສິດທິ​ຜົນຂອງ​ຫວຽດນາມ. ທ່ານ​ລັດຖະມົນຕີ ​ເນັ້ນ​ໜັກ​ວ່າ.

        ທີ່​ວາລະ​ອັດ​, ກອງ​ປະຊຸມ​ໄດ້​ອອກ “​ຖະ​ແຫຼ​ງການ Oslo” ​​ເຊິ່ງລວມມີ​ບັນດາ​ຂໍ້​ສະ​​ເໜີກ່ຽວ​ກັບ​ທິດ​ອຸປະຖຳ​ເພື່ອ​ການ​ພັດທະນາ​ເຖິງ​ປີ 2030. ບັນດາ​ຜົນ​ຂອງກອງ​ປະຊຸມ Oslo ​ແລະ ກອງ​ປະຊຸມ​ສາກົນ​ຄັ້ງ​ທີ 3 ກ່ຽວ​ກັບ​ການ​ອຸປະຖຳ​ເພື່ອ​ການ​ພັດທະນາ​ຢູ່ Addis Ababa ຈະ​ມາ​ເຖິງ ​ຈະ​ຖືກ​ນຳ​ເຂົ້າ​ໂຄງ​ການ​ດຳ​ເນີນ​ງານ​ກ່ຽວ​ກັບ​ຄາດໝາຍ​ພັດທະນາ​ແບບ​ຍືນ​ຍົງ​ຫຼັງ​ປີ 2015 ຂອງ ສະຫະ​ປະຊາ​ຊາດ, ​​ແລະຄາດ​ວ່າ​ຈະ​ຖືກຮັບຮອງ​ເອົາ​ໃນ​ເດືອນ 9 ຢູ່​ກອງ​ປະຊຸມ​ໃຫຍ່​ໃຫຍ່ ສະຫະ​ປະຊາ​ຊາດ ​ເຊິ່ງຈະ​ດຳ​ເນີນ​ຢູ່​ນິວຢອກ.

ຂ່າວ/ບົດ​ອື່ນ