ຫວຽດນາມເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດໂລກຄັ້ງທີ 128

ຫວຽດນາມເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່   ລັດຖະສະພາລະຫວ່າງຊາດໂລກຄັ້ງທີ 128 - ảnh 1
ທ່ານ​ນາງ ຫວຽນ​ທິກີ​ມ​ເງິນ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ​
ພາບ:internet

 
(vovworld)-  ຢູ່​ນະຄອນຫລວງ Quito ປະ​ເທດ Ecuado ພວມ​ດຳ​ເນີນ​ກອງ​ປະຊຸມ​​ໄລຍະຕົ້ນ​ປີ​ຂອງ​​ສະມັດຊາ​ໃຫຍ່​ລັດຖະສະພາ​ລະຫວ່າງ​ຊາດ ​ໂລກ​ຄັ້ງ​ທີ 128(IPU-128). ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໂດຍ​ທ່ານ​ນາງ ຫວຽນ​ທິກີ​ມ​ເງິນ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ​ນຳ​ຫນ້າ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ດັ່ງກ່າວ ຊື່​ງດຳ​ເນີນ​ໄປ​ແຕ່​ວັນ​ທີ 22 -27/3. ກອງ​ປະຊຸມ​ຄັ້ງ​ນີ້​ຈະ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກຳນົດ​ທິດ​ພັດທະນາ​ຂອງ​ໂລກ​ໃນ​ໄລຍະ​ໃຫມ່​ເມື່ອ​ການ​ກຳນົດ​ເວລາ​ສ້າງ​ບັນດາ​ຈຸດໝາຍ​ພັດທະນາ​ສະຫັດ​ສະ​ວັດ 2015 ພວມ​ໃກ້​ຈະ​ໝົດ​ແລ້ວ. ບັນດາ​ຄະນະ​ກຳມະການ​ຂອງ IPU ຈະ​ປຶກສາ​ຫາລື ​ແລະ ອອກ​ມະຕິ​ກ່ຽວ​ກັບ​ບັນດາ​ຂົງ​ເຂດ​ປອ້ງກັນ​ຄວາ​ມສະຫງົບ, ການ​ເມ​ືອງ, ​ເສດຖະກິດ, ການ​ຄ້າ ​ແລະ ປະຊາທິປະ​ໄຕ, ສິດທິ​ມະນຸດ.

ທີ່ IPU 128 ນີ້, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ທິກີ​ມ​ເງິນ ມີ​ບົດ​ປາ​ໄສ​ສຳຄັນ​ໃນ​ວາລະ​ປຶກສາ​ຫາລື ຄົບ​ຄະນະ​ໄດ້​ຮັບ​ການ​ສະຫນັບສະຫນູນ ​ແລະ ຕີ​ລາຄາ​ສູງ​ຈາກ​ເພື່ອນ​ມິດສາ​ກົນ.  ​ໃນ​ບົດ​ປາ​ໄສ​ນັ້ນ, ຫົວຫນ້າ​ຄະນະ​ຜູ້​ແທນ ຫວຽດນາມ ​ສະ​ແດງ​ການ​ສະຫນັບສະຫນູນ​ສຳລັບ​ຄວາມ​ມານະ​ພະຍາຍາມ ​ແລະ ຄວາມ​ຮັບຜິດຊອບ​ຂອງ IPU ຕໍ່ຫນ້າ​ໄລຍະ​ທາງ​ແຫ່ງ​ການ​ພັດທະນາ​ໃຫມ່​ຂອງ​ໂລກ, ສະຫນັບສະຫນູນ​ການ​ປຶກສາ​ຫາລື​ເພື່ອ​ຊອກ​ຫາ​ຮູບ​ແບບ​ພັດທະນາ​ຢ່າງ​ເໝາະ​ສົມ ນຳ​ມາ​ເຊິ່ງຊີວິດ​ອັນ​ດີງາມ​ໃຫ້​ແກ່​ປະຊາຊົນ.

ຂ່າວ/ບົດ​ອື່ນ