ຫວຽດນາມເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ອົງການສິດຊັບສິນທາງປັນຍາໂລກຄັ້ງທີ56

ຫວຽດນາມເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ອົງການສິດຊັບສິນທາງປັນຍາໂລກຄັ້ງທີ56 - ảnh 1
(ພາບປະກອບ)

(vovworld) - ​ ​ ວັນ​ທີ 03/10 ຢູ່ ​ເຊີ​ແນວ ປະ​ເທດ ສະ​ວິດ ​ໄດ້ໄຂ​ກອງ​ປະຊຸມ​ສະມັດຊາ​ໃຫຍ່​ອົງການ​ສິດ​ຊັບ​ສິນ​ທາງ​ປັນຍາ​ໂລກ (WIPO) ຄັ້ງ​ທີ 56 ​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ປະທານສະມັດຊາ​ໃຫຍ່​ທ່ານ​ Janis Karklins ເອກ​ອັກຄະ​ລັດຖະທູດ Latvia ຄຽງ​ຂ້າງ​ສະຫະ​ປະຊາ​ຊາດ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ​ຢູ່ ​ເຊີ​ແນວ. ກອງ​ປະຊຸມ​ຈະ​ແກ່​ຍາວ​​ໄປ​ຮອດ​ວັນ​ທີ 11/10.

        ຄະນະ​ຜູ້​ແທນ ຫວຽດນາມ​ ​ເຂົ້າ​ຮ່ວມ​ກອງ​ປະຊຸມສະມັດຊາ​ໃຫຍ່​ໂດຍ​ທ່ານ ​ເຈີ່ນ​ວຽດ​ແທງ ຮອງ​ລັດຖະມົນຕີ​ກະຊວງ ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ ທັງ​ເປັນ​ຫົວໜ້າ​ກົມ​ສິດ​ຊັບ​ສິນ​ທາງ​ປັນຍາ ຫວຽດນາມ ນຳ​ໜ້າ​ຄະນະ, ​ໄດ້ຊົ​ມ​ເຊີຍ​ບັນດາ​ໝາກຜົນ ຊຶ່ງ WIPO ບັນລຸ​ໄດ້​ໃນ​ຫລາຍ​ຂົງ​ເຂດ. ຫວຽດນາມ ​ເຊື່ອ​ໝັ້ນ​ວ່າ WIPO ສືບ​ຕໍ່​ແມ່ນ​ອົງການ​ຈັດ​ຕັ້ງ​ສາກົນ​ໜຶ່ງ​ດຽວ ສະໜອງ​ເວທີ​ປາ​ໄສ​ດ້ານ​ການ​ເມືອງ ​ເພື່ອສ້າງ​ລະບົບ​ສິດ​ຊັບ​ສິນ​ທາງ​ປັນຍາ​ໂລກ​ໃຫ້​ເປັນ​ຮູບ​ເປັນ​ຮ່າງ. ຫວຽດນາມ ​ໃຫ້​ຄຳ​ໝັ້ນ​ສັນຍາວ່າ ຈະ​ສືບ​ຕໍ່ສວມບົດບາດ​ສຳຄັນ ​ແລະ ຕັ້ງ​ໜ້າ​ໃນ​ການສ້າງ​ລະບົບ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງປັນຍາ​ຢູ່ ຫວຽດນາມ ​ໃຫ້ມີ​ປະສິດທິ​ຜົນ ​ແລະ ມີ​ຜົນ​ປະ​ໂຫຍ​ດ​. ຝ່າຍ ຫວຽດນາມ ກໍ່​ສະ​ແດງ​ຄວາມ​ປາດ​ຖະໜາ​ວ່າ ສືບ​ຕໍ່​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຂອງ WIPO ​ໃນ​ການສ້າງ ​ແລະ ຜັນ​ຂະຫຍາຍ​ຍຸດ​ທະ​ສາດ​ສິດ​ຊັບ​ສິນ​ທາງ​ປັນຍາ​ແຫ່ງ​ຊາດ ​ແລະ ຊ່ວຍ​ຫ ຫວຽດນາມ ​ເຂົ້າ​ຮ່ວມ​ບັນດາ​ສົນ​ທິສັນຍາ​ສິດ​ຊັບ​ສິນ​ທາງ​ປັນຍາ​ໂລກ ​ໂດຍ WIPO ​ເປັນ​ປະທານ.

ຂ່າວ/ບົດ​ອື່ນ