ຫວຽດນາມເຂົ້າຮ່ວມຂໍ້ລິເລີ່ມປ້ອງກັນຄວາມສະຫງົບຕ້ານການແຜ່ຂະຫຍາຍອາວຸດລ້າງຜານ

ຫວຽດນາມເຂົ້າຮ່ວມຂໍ້ລິເລີ່ມປ້ອງກັນຄວາມສະຫງົບຕ້ານການແຜ່ຂະຫຍາຍອາວຸດລ້າງຜານ - ảnh 1
ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ເລ​ຫາຍ​ບີ່​ງ

(vovworld) – ວັນ​ທີ 21/5/2014, ກ່ຽວຂ້ອງ​ເຖິງ​ເລື່ອງ ຫວຽດນາມ ​ເຂົ້າ​ຮ່ວມ​ຂໍ້​ລິ​ເລີ່​ມປ້ອງ​ກັນ​ຄວາມ​ສະຫງົບ​ຕ້ານການ​​ແຜ່​ຂະຫຍາຍ​ອາວຸດ​ລ້າງຜານ (PSI), ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ເລ​ຫາຍ​ບີ່​ງ, ​ໃຫ້​ຮູ້​ວ່າ: “ພາຍຫຼັງ​ໄດ້​ຄົ້ນ​ຄ້ວາລະ​ອຽດບັນດາ​ແງ່​ມູນ​ຂອງ​ຂໍ້​ລິ​ເລີ່​ມປ້ອງ​ກັນ​ຄວາມ​ສະຫງົບ​ຕ້ານການ​ແຜ່​ຂະຫຍາຍ​ອາວຸດ​ລ້າງຜານ (PSI), ຫວຽດນາມ ຖະ​ແຫຼ​ງ​ເຂົ້າ​ຮ່ວມ​ຂໍ້​ລິ​ເລີ່​ມນີ້, ບົນ​ພື້ນຖານ​ການ​ສະໜັບສະໜູນ​ຂອງ​ຖະ​ແຫຼ​ງການ​ອອກ​ວັນ​ທີ 4/9/2003. ຂໍ້ຕົກລົງ​ນີ້​ສ່ອງ​ແສງ​ຫຼັກ​ໝັ້ນ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດນາມ ສະໜັບສະໜູນ​ການ​ຮ່ວມ​ມື​ສາກົນ​ເພື່ອ​ຈຸດ​ໝາຍ​ລວມ​ແມ່ນ​ສະກັດ​ກັ້ນ​​ແຜ່​ຂະຫຍາຍ​ອາວຸດລ້າງຜານ​ປະ​ເພດ​ຕ່າງໆ, ບັນດາລະບົບ​ຂົນ​ສົ່ງສະ​ເພາະ ​ແລະ ວັດຖຸ​ອຸປະກອນ​ທີ່​ກ່ຽວຂ້ອງ, ປະກອບສ່ວນ​ຮັບປະກັນ​ສັນຕິພາບ ​ແລະ ປ້ອງ​ກັນ​ຄວາມ​ສະຫງົບ​ສາກົນ, ​ສອດຄ່ອງ​ກັບ​ກົດໝາຍ​ສາກົນ, ກົດໝາຍ​ແຫ່ງ​ຊາດ, ສິດ​ອຳ​ນາດ ​ແລະ ​ແຫຼ່ງກຳລັງ​ຂອງ​ແຕ່ລະ​ປະ​ເທດ. ຫວຽດນາມ ຈະ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ປະຕິບັດ PSI ​ໃນ​ຂອບ​ເຂດ​ຄວາມ​ສາມາດຕົວ​ຈິງ​ຂອງ​ຕົນ.”

ຂ່າວ/ບົດ​ອື່ນ