ຫວຽດນາມເຂົ້າຮ່ວມງານວາງສະແດງທ່ອງທ່ຽວແລະພັກຜ່ອນບຳລຸງສຸຂະພາບສາກົນຢູ່ການາດາ

ຫວຽດນາມເຂົ້າຮ່ວມງານວາງສະແດງທ່ອງທ່ຽວແລະພັກຜ່ອນບຳລຸງສຸຂະພາບສາກົນຢູ່ການາດາ - ảnh 1
ພາບປະກອບຈາກ TTXVN

(vovworld) – ​ໃນ​ລະຫວ່າງ​ວັນ​ທີ 9 – 10/4, ຢູ່ Ottawa, ປະ​ເທດ ກາ​ນາ​ດາ, ​ໄດ້​ຈັດ​ຕັ້ງ​ງານ​ວາງສະ​ແດງ​ການທ່ອງ​ທ່ຽວ ​ແລະ ພັກ​ຜ່ອນບຳລຸງ​ສຸຂະພາບ Ottawa ຄັ້ງ​ທີ 22 ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ກ່ວາ 50 ປະ​ເທດ ​ແລະ ​ເຂດ​ແຄ້ວນ​ໃນ​ໂລກ. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ເຫດການ​ໂຄສະນາ ​ແລະ ສົ່ງ​ເສີມ​ການທ່ອງທ່ຽວ​ປະຈຳ​ປີ​ໃຫຍ່​ທ່ີ​ສຸດ​ຢູ່ ອາ​ເມ​ລິ​ກາ ​ເໜືອ.

        ປີ​ນີ້, ສະຖານທູດ ຫວຽດນາມ ປະຈຳ ກາ​ນາ​ດາ ກໍ່​ມີ​ຮ້ານ​ວາງສະ​ແດງ​ເພື່ອ​ຊຸກຍູ້, ​ໂຄສະນາ​ພາບ​ພົດ​ປະ​ເທດ​ຊາດ ​ແລະ ຊາວ ຫວຽດນາມ. ​ໃນ​ໄລຍະ​ດຳ​ເນີນ​ງານ​ວາງສະ​ແດງ, ມີ​ແຂ​ກຫຼາຍ​ຄົນ​ໄດ້​ຮັບ​ແຜນ​ທີ່​ທ່ອງ​ທ່ຽວ​ຂອງ ຫວຽດນາມ ​ແລະ ບັນດາ​ເອກະສານ​ແນະນຳ​ກ່ຽວ​ກັບ​ໝູ່​ບ້ານ​ອາຊີບ​, ວັດທະນະທຳ​ອາຫານ​ການ​ກິນ… ບັນດາ​ວັດ​ຖຸ​ເຄື່ອງ​ສິລະ​ປະຫັດຖະ​ກຳ​ຂອງ ຫວຽດນາມ ທີ່​ໄດ້​ນຳ​ມາ​ວາງສະ​ແດງ​ຢູ່​ທີ່​ນີ້ກໍ່​ເຮັດ​ໃຫ້​ຜູ້​ຊົມ​ມີ​ຄວາມ​ນິຍົມ​ຊົ​ມຊອບຫຼາຍ.

 


ຂ່າວ/ບົດ​ອື່ນ