ຫວຽດນາມເຂົ້າຮ່ວມພິທີສະເຫຼີມສະຫຼອງ35ປີແຫ່ງວັນປະຕິວັດSandinoບັນລຸຜົນສຳເລັດ

ຫວຽດນາມເຂົ້າຮ່ວມພິທີສະເຫຼີມສະຫຼອງ35ປີແຫ່ງວັນປະຕິວັດSandinoບັນລຸຜົນສຳເລັດ - ảnh 1
ປະຊາຊົນ Nicaragua ເຂົ້າຮ່ວມພິທີສະ​ເຫຼີ​ມສະຫຼອງ 35 ປີ​ແຫ່ງ​ວັນ​ໄຊຊະນະ​ຂອງ​ການ​ປະຕິວັດ Sandino
(ພາບ: Phạm Hoài Nam/TTXVN)

(vovworld) – ​​ ​ຕອນ​ຄຳ່​ວັນ​ທີ 19/7, ຢູ່​ນະຄອນຫຼວງ Managua ຂ​ອງ Nicaragua ​ໄດ້ດຳ​ເນີນ​ງາມ​​ໂຮມຊຸມນຸມ​​ສະ​ເຫຼີ​ມສະຫຼອງ 35 ປີ​ແຫ່ງ​ວັນ​ໄຊຊະນະ​ຂອງ​ການ​ປະຕິວັດ Sandino (19/7/1979 – 19/7/2014). ຄະນະ​ຜູ້​ແທນ​ພັກ​ກອມ​ມູນິດ​ ຫວຽດນາມ ​ໂດຍ​ທ່ານ ຮ່ວາງ​ບິ່ງ​ກວນ, ກຳມະການ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ເຂົ້າ​ຮ່ວມ​ພິທີ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ປະທານາທິບໍດີ Nicaragua Daniel Ortega ​ໄດ້​ທົບ​ທວນຄື​ນປະຫວັດສາດ​ທີ່​ສະຫງ່າ​ລາສີ​ແຫ່ງ​ການ, ຕໍ່ສູ້​ເພື່ອ​ພື້ນຖາ​ນ​ເອກະລາດ​ຕາມ​​ແນວທາງ​ຂອງ​ນັກ​ປະຕິວັດ Augusto Cesar Sandino ດ້ວຍ​ຈຸດ​ຍອດຍິ່ງ​ແມ່ນ​ໄຊຊະນະ​ຂອງ​ການ​ປະຕິວັດ Sandino ​ເມື່ອ​ວັນ​ທີ 19/7/1979, ​ໂຄ່ນ​ລົ້ມ​ລະບອບ​ຜະ​ເດັດ​ການ Somoza. ​ເມື່ອ​ເຕື້ອງ​ເຖິງ​ໜ້າ​ທີ່​ໃນ​ໄລຍະ​ຈະ​ມາ​ເຖິງຂອງ​ການ​ປະຕິວັດ Sandino, ທ່ານ​ປະທານາທິບໍດີ Daniel Ortega ​ເນັ້ນ​ໜັກ​ວ່າ: Nicaragua ສືບ​ຕໍ່​ປັບປຸງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​​ແຫ່ງ​ຊາດ​ຕ້ານ​ໄພ​ອຶດຫິວ ທຸກ​ຍາກ, ຊຸກຍູ້​ການ​ຮ່ວມ​ມື ​ແລະ ຮ່ວມ​ສຳພັນ​ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ເພື່ອ​ຜ່ານ​ຜ່າ​ການ​ທ້າ​ທາຍ​ໃນ​​ຍຸກ​ສະ​ໄໝ​ໃໝ່.

 




ຂ່າວ/ບົດ​ອື່ນ