ຫວຽດນາມເຊື່ອໝັ້ນເວເນຊຸເອລາຈະສືບຕໍ່ພັດທະນາຢ່າງໝັ້ນຄົງ
ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລຫາຍບິງ
(vovworld) - ວັນທີ 24/2/2014, ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບສະພາບການ ເວເນຊຸເອລາ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລຫາຍບິງ ໃຫ້ຮູ້ວ່າ :” ເວເນຊຸເອລາ ແມ່ນປະເທດເພື່ອນມິດທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືທີ່ສຳຄັນຂອງ ຫວຽດນາມ ຢູ່ ອາເມລິກາລາຕິນ. ຫວຽດນາມ ສະແດງຄວາມສາມັກຄີກັບລັດຖະບານ ແລະ ປະຊາຊົນ ເວເນຊຸເອລາ ອ້າຍນ້ອງ ແລະ ເຊື່ອໝັ້ນວ່າ ເວເນຊຸເອລາ ຈະສືບຕໍ່ພັດທະນາຢ່າງໝັ້ນຄົງ, ຄວາມປອດໄພທາງສັງຄົມ ແລະ ຄວາມເປັນລະບຽບທາງດ້ານລັດຖະທຳມະນູນຈະໄດ້ຮັບການຮັກສາໄວ້, ຕອບສະໜອງຜົນປະໂຫຍດຂອງປະຊາຊົນ ເວເນຊຸເອລາ ແລະ ປະກອບສ່ວນເຂົ້າໃນ ສັນຕິພາບ, ການຮ່ວມມື ແລະ ການພັດທະນາຢູ່ໃນພາກພື້ນ.”