ຫວຽດນາມເດັດດຽວຄັດຄ້ານຈີນບິນທົດລອງອອກສູ່ເກາະຫີນຈືເທີ້ບ

ຫວຽດນາມເດັດດຽວຄັດຄ້ານຈີນບິນທົດລອງອອກສູ່ເກາະຫີນຈືເທີ້ບ - ảnh 1
(​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດ​ນາມ ​ເລ​ຫາຍ​ບິ່ງ)

(vovworld) – ​ ວັນ​ທີ 02/01/2016, ຈີນ ປະຕິບັດ​ການ​ບິນທົດ​ລອງເຖິງ​ສະໜາມ​ບິນ ​​ເຊິ່ງປະ​ເທດ​ນີ້ ກໍ່ສ້າງຢ່າງຜິດ​ກົດໝາຍ​ໃນ​​ເກາະ​ຫີນ ຈື​ເທີ້ບ  ທີ່ຂຶ້ນ​ກັບ​ໝູ່​ເກາະ ​ເຈື່ອງ​ຊາ ຂອງ ຫວຽດນາມ. ຕໍ່​ເຫດ​ການ​ນີ້, ວັນ​ທີ 02/01 ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດ​ນາມ ​ເລ​ຫາຍ​ບິ່ງ ຊີ້​ແຈ້ງວ່າ: “ການ​ກະທຳ​ດັ່ງກ໋າວຂອງ ຈີນ ​ໄດ້ລ່ວງລະ​ເມີດອະທິປະ​ໄຕ​ຂອງ ຫວຽດນາມ ​ ສຳລັບ​ໝູ່​ເກາະ ​ເຈື່ອງ​ຊາ ຢ່າງຮ້າຍ​ແຮງ; ​ໄປ​ຝືນ​ກັບຄວາມ​ຮັບ​ຮູ້​ລວມຂອງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ, ກໍ່​ຄືຂໍ້​ຕົກລົງ​ກ່ຽວ​ກັບ​ບັນດາຫລັກການ​ພື້ນຖານກ່ຽວ​ກັບ​ການ​ຊີ້​ນຳ​ແກ້​ໄຂ​ບັນຫາ​ບົນ​ທະ​ເລ ຫວຽດນາມ - ຈີນ ​ແລະ ຈິດ​ໃຈ​ຂອງ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ປີ 2002; ສົ່ງຜົນ​ສະທ້ອນ​ເຖິງ​ສັນຕິພາບ, ສະຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ; ​ເຮັດ​ໃຫ້​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງລະຫວ່າງ 2 ປະ​ເທດ​ຫລຸດ​ລົງ; ​ເປັນ​ການ​ກະທົບ​ທີ່ຫຍໍ້​ທໍ້​ເຖິງ​ການ​ພົວພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ ​ແລະ ນ້ຳ​ໃຈ​​ອັນ​ດີງາມ​ລະຫວ່າງ​ປະຊາຊົນ 2 ປະ​ເທດ ຫວຽດນາມ - ຈີນ. ຫວຽດນາມ ​ເດັດ​ດຽວຄັດ​ຄ້ານ​ການ​ກະທຳ​ຂອງ ຈີນ ​ແລະ ຮຽກຮ້ອງ ຈີນ ຢຸດຕິ​ໃນ​ທັນທີ, ບໍ່​ປະ​ໃຫ້​ເກີດ​ບັນດາ​ການ​ກະທຳຄ້າຍຄື​ດັ່ງກ່າວ​ ​ແລະ ມີ​ການ​ກະທຳ​ທີ່ແທດ​ຈິງ ​ແລະ ​ລະອຽດ​​ ​ເພື່ອປະກອບສ່ວນ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ສະຫງົບ​ປອດ​ໄພ, ຄວາມ​ເສລີ​​ໃນ​ການ​ເດີນ​ທະ​ເລ ​ແລະ ການບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ”.

​ແລະ​ກໍ່ໃນ​ວັນ​ດຽວກັນ​, ຜູ້​ຕາງ​ໜ້າກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ​ ໄດ້ ​ພົບ​ປະ​ກັບຜູ້ຕາງໜ້າ​ສະຖານທູດ​ ຈີນ ປະຈຳ ຮ່າ​ໂນ້ຍ ​ເພື່ອ​ມອບຈົດໝາຍ​ທາງ​ການຄັດຄ້ານການ​ກະທຳ​ດັ່ງກ່າວ​ຂອງ​ຝ່າຍ ຈີນ.

ຂ່າວ/ບົດ​ອື່ນ