ຫວຽດນາມເດັດດ່ຽວປັບໄໝລົງໂທດແກ້ໄຂບັນດາການກະທຳສວຍໃຊ້ທາງດ້ານສາສະໜາຢ່າງເຂັ້ມງວດ

(VOVWORLD) -ຫວຽດນາມເດັດດ່ຽວປັບໄໝລົງໂທດບັນດາການກະທຳສວຍໃຊ້ທາງດ້ານສາສະໜາຢ່າງເຂັ້ມງວດ. ນີ້ແມ່ນຄຳຢືນຢັນຂອງທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານຫວຽດນາມ ມາຍຕ໋ຽນຢຸງ

ຫວຽດນາມເດັດດ່ຽວປັບໄໝລົງໂທດແກ້ໄຂບັນດາການກະທຳສວຍໃຊ້ທາງດ້ານສາສະໜາຢ່າງເຂັ້ມງວດ - ảnh 1 ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານຫວຽດນາມ ມາຍຕ໋ຽນຢຸງ

(ພາບ: hcmcpv.org.vn)

ທີ່ການປະຊຸມຂ່າວນັດສາມັນຂອງລັດຖະບານໃນຕອນບ່າຍວັນທີ 03 ກ່ຽວກັບການເຄື່ອນໄຫວຂອງ ສາສະໜາພະເຈົ້າ ຢູ່ບາງທ້ອງຖິ່ນຂອງຫວຽດນາມ ພວມເຮັດໃຫ້ຫາງສຽງມີຄວາມເຄັ່ງຂັດ. ຕາມທ່ານລັດຖະມົນຕີແລ້ວ, ແມ່ນມີບາງອົງການຈັດຕັ້ງນຳເຂົ້າມາຈາກຕ່າງປະເທດ ປະຈຸບັນພວມມີບັນດາການກະທຳໄປຝືນກັບຮີດຄອງປະເພນີອັນດີງາມຂອງຊາດ, ຄຸນສົມບັດ, ມູນເຊື້ອ, ວັດທະນະທຳຂອງຊາວຫວຽດນາມ.

      “ພັກ ແລະ ລັດ ຍາມໃດກໍ່ສະແດງໃຫ້ເຫັນຈິດໃຈເຄົາລົບ, ປົກປ້ອງສິດເສລີໃນການເຊື່ອຖື ແລະ ບໍ່ເຊື່ອຖືໃຫ້ແກ່ພໍ່ແມ່ປະຊາຊົນ. ຫວຽດນາມ ສ້າງເງື່ອນໄຂໃຫ້ບັນດາອົງການຈັດຕັ້ງສາສະໜາເຄື່ອນໄຫວ, ຮັບປະກັນສິດເສລີຂອງປະຊາຊົນຖືກຕ້ອງຕາມຂໍ້ກຳນົດຂອງກົດໝາຍ. ເຖິງຢ່າງໃດກໍ່ຕາມ, ຫວຽດນາມ ກໍ່ເດັດດ່ຽວປັບໄໝລົງໂທດຢ່າງເຂັ້ມງວດບັນດາການກະທຳສວຍໃຊ້ສາສະໜາ, ໄປຝືນກັບຮີດຄອງປະເພນີອັນດີງາມຂອງຊາດ, ຄຸນສົມບັດ ແລະ ແບບແຜນດຳລົງຊີວິດ. ຕ້ອງເຜີຍແຜ່ປະຊາຊົນ, ໃນນັ້ນມີທັງນັກຮຽນ, ນັກສຶກສາ ແລະ ໄວໜຸ່ມມີຄວາມເຂົ້າໃຈກ່ຽວກັບການກະທຳສວຍໃຊ້ສາສະໜາເພື່ອເຮັດແນວບໍ່ຖືກຕ້ອງ”.

      ໃນໄລຍະຈະມາເຖິງ, ບັນດາອົງການທີ່ມີໜ້າທີ່ຂອງຫວຽດນາມ ຈະກວດກາ, ພິຈາລະຈາ, ຕີລາຄາຄືນບັນດາການເຄື່ອນໄຫວບໍ່ຖືກຕ້ອງຕາມກົດໝາຍຂອງສາສະໜາດັ່ງກ່າວ, ເດັດດ່ຽດປັບໄໝລົງໂທດໃຫ້ຖືກຕ້ອງຕາມກົດໝາຍ.

ຕອບກັບ

ຂ່າວ/ບົດ​ອື່ນ