ຫວຽດ​ນາມ​ເປີດສາຍ​ການບິນ​ການ​ຄ້າ​ສາ​ກົນ​ຄືນ​ໃໝ່​ ເທື່ອ​ລະ​ກ້າວ

(VOVWORLD) - ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ສະເໜີໃຫ້ທົ່ວປະເທດສືບຕໍ່ກ້າວເຂົ້າສູ່ໄລຍະພັດທະນາໃໝ່ດ້ວຍບັນດາທັດສະນະພັດທະນາຕົ້ນຕໍແມ່ນ: ຮັບປະກັນສະພາບແວດລ້ອມແຫ່ງຄວາມປອດໄພເພື່ອພັດທະນາ ແລະ ພັດທະນາແບບຍືນຍົງໃນເງື່ອນໄຂເປັນປົກກະຕິໃໝ່. 

ທີ່ການປະກາດສະຫຼຸບຂອງທ່ານ ຫງວຽນຊວັນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ໃນກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ໃນຕອນເຊົ້າວັນທີ 9 ມິຖຸນາ, ທ່ານນາຍົກລັດຖະມົນຕີ ໄດ້ມອບໃຫ້ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ປະກາດບັນດາເຂດ, ບໍລິເວນທີ່ມີຄວາມປອດໄພ, ເພື່ອເປີດສາຍການບິນການຄ້າສາກົນຄືນໃໝ່ ເທື່ອລະກ້າວ ແລະ ມີການແນະນຳຢ່າງລະອຽດກ່ຽວກັບການແຍກຕົວບັນດາເປົ້າໝາຍທີ່ເຂົ້າເມືອງຜ່ານຖ້ຽວບິນຕ່າງໆ.

        ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ສະເໜີໃຫ້ທົ່ວປະເທດສືບຕໍ່ກ້າວເຂົ້າສູ່ໄລຍະພັດທະນາໃໝ່ດ້ວຍບັນດາທັດສະນະພັດທະນາຕົ້ນຕໍແມ່ນ: ຮັບປະກັນສະພາບແວດລ້ອມແຫ່ງຄວາມປອດໄພເພື່ອພັດທະນາ ແລະ ພັດທະນາແບບຍືນຍົງໃນເງື່ອນໄຂເປັນປົກກະຕິໃໝ່. ພ້ອມກັນນັ້ນ, ຕ້ອງກຽມຄວາມພ້ອມໃຫ້ເປັນຢ່າງດີທີ່ສຸດ ໃນອະນາຄົດໃກ້ໆນີ້ ເພື່ອ ເຊື່ອມໂຍງ ແລະ ກໍ່ສ້າງຫວຽດນາມໃຫ້ກາຍເປັນຈຸດນັດພົບທີ່ມີຄວາມປອດໄພຂອງທົ່ວໂລກ ບໍ່ພຽງແຕ່ເພ່ືອແນໃສ່ບັນດາເປົ້າໝາຍພັດທະນາເສດຖະກິດເທົ່ານັ້ນ ຫາກຍັງເພື່ອບັນດາເປົ້າໝາຍດ້ານການເມືອງ, ການທູດຕ່າງປະເທດຂອງປະເທດຊາດອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ