ຫວຽດນາມເປັນເຈົ້າພາບຈັດກອງປະຊຸມຮັກສາສັນຕິພາບໃນຂອບເຂດອາຊຽນ

(VOVWORLD) -ຈຸດປະສົງຂອງ APCN ແມ່ນເພື່ອແນໃສ່ເພີ່ມທະວີການຮ່ວມມືກ່ຽວກັບບັນດາບັນຫາກ່ຽວຂ້ອງເຖິງການເຄື່ອນໄຫວຮັກສາສັນຕິພາບ

ຫວຽດນາມເປັນເຈົ້າພາບຈັດກອງປະຊຸມຮັກສາສັນຕິພາບໃນຂອບເຂດອາຊຽນ - ảnh 1 ທ່ານ ພົນຈັດຕະວາ ຮ່ວາງກິມຟຸ້ງ

(ພາບ: TTXVN)

ວັນທີ 06 ກັນຍາ, ໃນຂອບເຂດອັດກອງປະຊຸມປະຈຳປີເຄືອຂ່າຍບັນດາສູນຮັກສາສັນຕິພາບອາຊຽນ (APCN) ຄັ້ງທີ 7, ເຊິ່ງດຳເນີນຢູ່ມາເລເຊຍ, ທ່ານ ພົນຈັດຕະວາ ຮ່ວາງກິມຟຸ້ງ, ຫົວໜ້າກົມຮັກສາສັນຕິພາບຫວຽດນາມ ໄດ້ຮັບບົດບາດເປັນປະເທດຈັດຕັ້ງ APCN ຄັ້ງທີ 8 ປີ 2020 ຢູ່ຫວຽດນາມ ຢ່າງເປັນທາງການ.

        ເມື່ອແລກປ່ຽນກັບນັກຂ່າວສຳນັກຂ່າວສານຫວຽດນາມ ຢູ່ມາເລເຊຍ, ທ່ານພົນຈັດຕະວາ ຮ່ວາງກິມຟຸ້ງ ໃຫ້ຮູ້ວ່າ, ຈຸດປະສົງຂອງ APCN ແມ່ນເພື່ອແນໃສ່ເພີ່ມທະວີການຮ່ວມມືກ່ຽວກັບບັນດາບັນຫາກ່ຽວຂ້ອງເຖິງການເຄື່ອນໄຫວຮັກສາສັນຕິພາບ ແລະ ຍົກສູງຄວາມສາມາດສົມທົບກັນໃນການຜັນຂະຫຍາຍບັນດາການເຄື່ອນໄຫວຄູ່ຮ່ວມມືກ່ຽວກັບການຮັກສາສັນຕິພາບລະຫວ່າງບັນດາປະເທດອາຊຽນ…

        ທ່ານ ພົນຈັດຕະວາ ຮ່ວາງກິມຟຸ້ງ ເນັ້ນໜັກວ່າ, ຫວຽດນາມ ໄດ້ຢັ້ງຢືນເປັນຫຼາຍຄັ້ງໃນການຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ ກໍ່ຄືການຮ່ວມມືຍົກສູງກຳລັງຮັກສາສັນຕິພາບຂອງອາຊຽນ. ເຫດການນີ້ບໍ່ພຽງແຕ່ຊີ້ໃຫ້ເຫັນຄວາມກຽມພ້ອມຂອງຫວຽດນາມ ສຳລັບບັນດາວຽກງານລວມຂອງສາກົນ ແລະ ພາກພື້ນເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອໃຫ້ກອງທັບປະຊາຊົນຫວຽດນາມ ສ້າງພາບພົດປະເທດຫວຽດນາມ ໃນຖານະແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຂອງອາຊຽນ ກໍ່ຄືຂອງສະຫະປະຊາຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ