ຫວຽດນາມເພີ່ມທະວີການກວດກາຜູ້ໂດຍສານ,ພາຫະນະຜ່ານດ່ານຊາຍແດນ

ຫວຽດນາມເພີ່ມທະວີການກວດກາຜູ້ໂດຍສານ,ພາຫະນະຜ່ານດ່ານຊາຍແດນ - ảnh 1
ເພີ່ມທະວີການປ້ອງກັນແລະຕ້ານໂລກໄຂ້ຫວັດສັດປິກ
ພາບ:internet


(vovworld) - ​ໂດຍ​ປະຕິບັດ​ຈົດໝາຍ​ທາງ​ການ​ຂອງ​ນາຍົກລັດຖະມົນຕີກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ຕ້ານ​ໂລກ​ໄຂ້ຫວັດ​ສັດ​ປີກ, ບັນດາ​ທ້ອງ​ຖິ່ນ​ພວມ​ຈັດ​ຕັ້ງ​ປ້ອມ​ກວດກາ​ຢ່າງ​ເຂັ້ມ​ງວດ​ຢູ່​ບັນດາ​ດ່າ​ນຊາຍ​ແດນ, ​ເສັ້ນ​ຊາຍ​ແດນ​ເພື່ອ​ເປັນ​ເຈົ້າ​ການ​ໃນ​ການ​ປ້ອງ​ກັນ ​ແລະ ຕ້ານ​ໂລກ​ໄຂ້ຫວັດ A/H5N1 ​ແລະ ສະກັດ​ກັ້ນ​ໂລກ​ໄຂ້ຫວັດ A/H7N9 ​ແຜ່​ລາມ​ອອກ​ສູ່​ຫວຽດນາມ. ຢູ່​ດ່ານຊາຍ​ແດນ​ແຂວງ ລ້າງ​ເຊີນ, ​ແຕ່​ລະ​ມື້​ມີ​ປະມານ 130.00 ​ເທື່ອ​ຄົນ​ໄປມາ. ກຳລັງ​ແຂວງ ລ້າງ​ເຊີນ ​ໄດ້​ສ້າງ​ຕັ້ງ ປ້ອມກວດກາ 24 ​ແຫ່ງ. ທ່ານ ຫງວຽນ​ຈ້ອງ​ເຫ​ງ້ຍ, ຫົວຫນ້າ​ກົມ​ຄຸ້ມຄອງ​ຕະຫລາດ ສາ​ຂາ ​ແຂວງ ລ້າງ​ເຊີນ​ໃຫ້​ຮູ້​ວ່າ:

“ພວກ​ຂ້າພະ​ເຈົ້າ​ເພີ່ມ​ທະວີ​ວຽກ​ງານ​ສອດ​ແນ​ມ, ກວດກາ, ສ້າງ​ຮາກ​ຖານ​ສະ​ຫນອງ​ຂໍ້​ມູນ​ຂ່າວ, ສົມທົບ​ກັບ​ບັນດາ​ອົງການ​ກ່ຽວຂ້ອງ​ເພື່ອ​ຈັບ​ຕົວ ​ແລະ ປັບ​ໄຫມ​ລົງ​ໂທດ​ບັນດາ​ເປົ້າ​ໝາຍ, ພາຫະນະ​ລະ​ເມີດ​ຢ່າງ​ເຂັ້ມ​ງວດ. ປະຊາຊົນ​ຕ້ອງ​ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ໂລກລະບາດ​ທີ່​ແຜ່​ລາມ​ຈາກ​ສັດ​ປີກ​ສູ່​ຄົນກວ່າ​ອີກ.”

        ຢູ່​ແຂວງ ຮ່າ​ຕີ້​ງ ພາກ​ກາງ​ຫວຽດນາມ, ພາຍຫລັງ​ເກີດ​ໂລກ​ໄຂ້ຫວັດ A/H5N1, ຂະ​ແຫນງ​ສາທາລະນະ​ສຸກ​ແຂວງ ​ໄດ້​ເພີ່ມ​ທະວີ​ການ​ກວດກາ​ສຸຂະ​ພາບ​ໃຫ້​ແກ່​ປະຊາຊົນ.

ຂ່າວ/ບົດ​ອື່ນ