ຫວຽດນາມເພີ່ມທະວີການປ້ອງກັນ ແລະ ຕ້ານໂລກ Mers coV

ຫວຽດນາມເພີ່ມທະວີການປ້ອງກັນ ແລະ ຕ້ານໂລກ Mers coV - ảnh 1
ທ່ານ​ນາງ​ລັດ​ຖະ​ມົນ​ຕີ ​ວ່າ​ການກະ​ຊ​ວງ​ສາ​ທາ​ລະ​ນະ​ສຸກ​ຫວຽດ​ນາມ ຫງວ​ຽນ​ທິ​ກິມ​ຕ້​ວຽນ

(vovworld)- ຕອນ​ບ່າຍ​ວັນ​ທີ 8/6, ກະ​ຊ​ວງ​ສາ​ທາ​ລະ​ນະ​ສຸກ​ຫວຽດ​ນາມ ໄດ້​ຈັດ​ກອງ​ປະ​ຊຸມ​ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ ກັບ 63 ແຂວງ, ນະ​ຄອນ​ກ່ຽວ​ກັບ​ການ​ຕິດ​ຕາມກວດ​ກາ ແລະ ຊີ້​ນຳ​ການ​ປິ່ນ​ປົວ ໂລກ Mers coV​ ທີ່​ອາດ​ຈະຕິດ​ແປດ​ສູ່​ຫວຽດ​ນາມ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ນາງ​ລັດ​ຖະ​ມົນ​ຕີ ​ວ່າ​ການກະ​ຊ​ວງ​ສາ​ທາ​ລະ​ນະ​ສຸກ​ຫວຽດ​ນາມ ຫງວ​ຽນ​ທິ​ກິມ​ຕ້​ວຽນ ເນັ້ນ​ໜັກ​ວ່າ ໂລກ Mers coV ແມ່ນ​ພະ​ຍາດ​ທີ່​ເປັນ​ອັນ​ຕະ​ລາຍ, ດັ່ງ​ນັ້ນ ບັນ​ດາ​ທ້ອງ​ຖິ່ນ​ຄວນ​ເພີ່ມ​ທະ​ວີ​ການ​ຕິດ​ຕາມກວດ​ກາ, ພະ​ຍາ​ຍາມກອບ​ກູ້​ເອົາ​ຊີ​ວິດ​ຄົນ​ເຈັບ​ຕິດເຊື້ອໂລກ Mers coV.

 

ຕອບກັບ

ຂ່າວ/ບົດ​ອື່ນ