ຫວຽດນາມເພີ່ມທະວີການປ້ອງກັນ,ຄວບຄຸມໂລກໄຂ້ຫວັດ A/H7N9,AH5N1

(vovworld) - ​ໂດຍ​ປະຕິບັດ​ສານ​ທາງ​ການ ຂອງ​ນາຍົກລັດຖະມົນຕີ, ບັນດາ​ກະຊວງ, ຂະ​ແຫນງ​ການ​ແລະ ທ້ອງ​ຖິ່ນ​ຕ່າງໆ​ສືບ​ຕໍ່​ເພີ່ມ​ທະວີ​ບັນດາ​ມາດ​ຕະການ​ປ້ອງ​ກັນ​ແລະ ຄວບ​ຄຸມ​ໂລກ​ໄຂ້ຫວັດ A/H7N9 ​ແລະ A/H5N1.

​ແຂວງ ລ້າງ​ເຊີນ ສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ຢ່າງ​ຂ້ຽວຂາດ​ເພື່ອ​ສະກັນ​ກັ້ນ​ການ​ຂົນ​ສົ່ງ ​ແລະ ຄ້າຂາຍ​ສັດ​ປີກ​ເຖື່ອນ​ຜ່ານ​ຊາຍ​ແດນ. ທ່ານ ບຸ່ຍ​ວັນ​ດ໋ຽນ, ຫົວຫນ້າ​​ຕຳຫລວດ​ເມືອງ ​​ ການ​​ໂລກ, ​ແຂວງ ລ້າງ​ເຊີນ ​ໃຫ້​ຮູ້​ວ່າ: ວຽກ​ງານ​ຕໍ່ສູ້​ປ້ອງ​ກັນ ​ແລະ ສະກັນ​ກັ້ນ​ການ​ຄ້າຂາຍ​ສັດປີກ​ເຖື່ອນ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ລົງ​ຮອດ​ຕາ​ແສງ.

        “ພວກ​ຂ້າພະ​ເຈົ້າ​ສືບ​ຕໍ່​ເພີ່​ມທະວີ​ການ​ຊີ້​ນຳ​ໃຫ້​ແກ່​ຕຳຫລວດ, ທະຫານ​ປ້ອງ​ກັນຊາ​ຍ​ແດນ, ພະນັກງາ​ນຄຸ້ມ​ຄອງ​ຕະຫລາດ ​ແລະ ພິ​ເສດ​ຄະນະ​ກຳມະການ​ປະຊາຊົນ​ບັນດາ​ຕາ​ແສງ, ​ເທດສະບານ​ຢູ່​ເຂດ​ຊາຍ​ແດນ​ເຂົ້າ​ຮ່ວມ​ການ​ສະກັດ​ກັ້ນ​ການ​ຄ້າຂາຍ​ສັດ​ປີກ​ເຖື່ອນ.”

        ສ່ວນ​ຢູ່ ຮ່າ​ໂນ້ຍ, ທ່ານ ຟ້າ​ມຈີ​ລີງ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ ​ເຈືອງ​ເຢືອງ ​ເມືອງ​ ຮ່ວານ​ກຽມ ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ: ນັບ​ແຕ່​ຕົ້ນ​ເດືອນ 4 ນີ້, ທາງ​ຕາ​ແສງ​ໄດ້​ເພີ່ມ​ທະວີ​ບັນດາ​ຄະນະ​ລົງກວດກາ​ຊື່​ງລວມມີ: ຕຳຫລວດ, ພະນັກງານ​ຄຸ້ມ​ຄອງ​ຕະຫລາດ, ກວດ​ໂລກລະບາດ, ການ​ແພດ​ລົງ​ກວດກາ​ບັນດາ​ຕະຫລາດ​ນ້ອຍ ​ແລະ ຖ້າ​ຫາກ​ພົບ​ເຫັນ​ສັດ​ປີກ​ບໍ່​ຮູ້ມາຈາກໃສຈະ​ຖືກ​​ເກັບ​ຄືນ ​ແລະ ດັບ​ສູນ​ຕາມ​​ກຳນົດ. ທ່ານ ຟ້າ​ມຈີ​ລີງ ​ໃຫ້​ຮູ້​ວ່າ:

ຫວຽດນາມເພີ່ມທະວີການປ້ອງກັນ,ຄວບຄຸມໂລກໄຂ້ຫວັດ A/H7N9,AH5N1 - ảnh 1
ພາບປະກອບ:internet

        “​ເມື່ອ​ໄດ້​ຮັບ​ເອກະສານ​ສະບັບຫລ້າ​ສຸດ, ຕາ​ແສງ​ ​ເຈືອງ​ເຢືອງ ​ໄດ້​ເປັນ​ເຈົ້າ​ການ​ເພີ່​ມ​ເຕີມ​ບາງ​ມາດ​ຕະການ​ເພື່ອ​ສະກັດ​ກັ້ນ​ໂລກລະບາດ. ​ໂດຍ​ສະ​ເພາະ​ແມ່ນ​ການ​ຄ້າຂາຍ​ສັດ​ປີກ​ເຖື່ອນ. ນອກ​ນັ້ນ ພວກ​ຂ້າພະ​ເຈົ້າ​ຍັງສົ່ງ​ແຈ້ງການລົງເຖິງ​ບັນດາ​ກຸ່ມ​ຊຸມ​ຊົນ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ຄວບ​ຄຸມ​ໂລກ​ໄຂ້ຫວັດ​ສັດ​ປີກ, ພິ​ເສດ​ແມ່ນ​ໄຂ້ຫວັດ A/H7N9.”

       

ຂ່າວ/ບົດ​ອື່ນ