ຫວຽດນາມເພີ່ມທະວີການສົ່ງເສີມການຄ້າ,ໂຄສະນາການທ່ອງທ່ຽວຢູ່ລັດເຊຍ

ຫວຽດນາມເພີ່ມທະວີການສົ່ງເສີມການຄ້າ,ໂຄສະນາການທ່ອງທ່ຽວຢູ່ລັດເຊຍ - ảnh 1
(ການ​ປະ​ຊຸມ​ຂ່າວ​ເພື່ອ​ໂຄ​ສະ​ນາ​ຄວາມ​ສາ​ມາດ
​ບົ່ມ​ຊ້ອນ​ດ້ານ​ການ​ທ່ອງ​ທ່ຽວ ແລະ ປະ​ເທດ​ຊາດ, ຊາວ​ຫວຽດ​ນາມ)

(vovworld) - ​ໃນ​ລະ​ຫວ່າງວັນ​ທີ 23 – 26/03, ມີ​ບໍ​ລະ​ສັດ​ທ່​ອງ​ທ່​ຽວ​ຫວຽດ​ນາມ 8 ແຫ່ງ​ໄດ້​ພ້ອມ​ກັບ​ບັນ​ດາ​ບໍ​ລິ​ສັດ​ທ່ອ​ງ​ທ່ຽວ​ທີ່​ມີຊື່​ສຽງ​ໃນ​ທົ່ວ​ໂລກ​ເຂົ້າ​ຮ່ວມ​ເຫດ​ການ “ບໍ​ລິ​ສັດ​ທ່​ອງ​ທ່ຽວ ແລະ ທ່ອ​ງ​ທ່ຽວ” (MITT) – ງານ​ຕະ​ຫຼາດ​ນັດ​ວາງ​ສະ​ແດງ​ການ​ທ່ອ​ງ​ທ່ຽວ​ສາ​ກົນ​ມົດ​ສະ​ກູ ຄັ້ງ​ທີ 23, ເຊິ່ງ​ດຳ​ເນີນ​ຢ​ູ່​ສູນ​ວາງ​ສະ​ແດງ Exportcenter. ຢູ່​ທີ່ນີ້, ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ໄດ້​ຈັດ​ການ​ປະ​ຊຸມ​ຂ່າວ​ເພື່ອ​ໂຄ​ສະ​ນາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ດ້ານ​ການ​ທ່ອງ​ທ່ຽວ ແລະ ປະ​ເທດ​ຊາດ, ຊາວ​ຫວຽດ​ນາມ ເຖິງ​ບັນ​ດາ​ວິ​ສາ​ຫະ​ກິດ​ທ່ອ​ງ​ທ່ຽວ, ຜູ້​ຕາງ​ໜ້າ​ສຶ່ື​ມວນ​ຊົນ​ລັດ​ເຊຍ ແລະ ສາ​ກົນ. ໃນ​ໄລ​ຍະ​ເຂົ້າ​ຮ່ວມ​ງານ​ຕະ​ຫຼາດ​ນັດ, ກົມ​ໃຫຍ່​ທ່ອງ​ທ່ຽວ​ຫວຽດ​ນາມ ກໍ​ຈະ​ພົບ​ປະ, ຕ້ອນ​ຮັບ​ບັນ​ດາ​ຄູ່​ຮ່ວມ​ມື​ເຊິ່ງ​ແມ່ນ​ອົງ​ກາ​ນ​ຄຸ້​ມ​ຄອງ​ການ​ທ່ອງ​ທ່ຽວ​ຢູ່​ບາງ​ປະ​ເທດ, ສະມາ​ຄົມ​ທ່ອງ​ທ່ຽວ​ລັດ​ເຊຍ ພ້ອມ​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ​ສາ​ກົນ. ທ່ານ​ຮອງ​ຫົວ​ໜ້າ​ກົມ​ໃຫຍ່​ທ່ອງ​ທ່ຽວ​ຫວຽດ​ນາມ ຫງວຽນ​ກ໋ວກ​ຮືງ ໃຫ້​ຮູ້​ວ່າ.

        “ປີນີ້, ບັນ​ດາ​ວິ​ສາ​ຫະ​ກິດ​ທ່ອ​ງ​ທ່ຽວ​ຫວຽດ​ນາມ ຢູ່​ງານ​ຕະ​ຫຼາດ​ນັດ​ລ້ວນ​ແຕ່​ວາງ​ສະ​ແດງ​ຮ່ວມ, ເພື່ອ​ສະ​ແດງ​ໃຫ້​ເຫັນ​ການ​ທ່ອງ​ທ່ຽວ​ຫວຽດ​ນາມ ​ເປັນເອ​ກະ​ພາບ, ສາ​ມັກ​ຄີ, ​ເຂັ້ມແຂງ​ ແລະ ພັດ​ທະ​ນາ. ພວກ​ຂ້າ​ພະ​ເຈົ້າ​ກໍ​ໄດ້​ແນະ​ນຳ​ໃຫ້​ບັນ​ດາ​ນັກ​ທ່ອງ​ທ່ຽວ​ລັດ​ເຊຍ ປະ​ເທດ​ຫວຽດ​ນາມ ທີ່​ປອດ​ໄພ, ສະ​ໜິດ​ສະ​ໜົມ, ຮັກ​ແພງ​ແຂກ​ຄົນ. ພິ​ເສດ​, ເລື່ອງ​ພວກ​ຂ້າ​ພະ​ເຈົ້າ​ຖະ​ແຫຼງ​ກັບ​ບັນ​ດາ​ອົງ​ການ​ຄຸ້ມ​ຄອງ​ການ​ທ່ອງ​ທ່ຽວ​ລັດ​ເຊຍ, ນັກ​ທ່ອງ​ທ່ຽວ​ລັດ​ເຊຍ​ວ່າ ບັນ​ດາ​ອົງ​ກາ​ນ​ຄຸ້​ມ​ຄອງ ແລະ ທ້​ອງ​ຖິ່ນ​ຕ່າງໆ​ຂອງ​ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຮັບ​ປະ​ກັນ​ຄວາມ​ສະ​ຫງົບປອດ​ໄພ​ໃຫ້​ນັກ​ທ່ອງ​ທ່ຽວ​ລັດ​ເຊຍ, ​ສານດັ່ງ​ກ່າວ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ຝ່າຍ​ລັດ​ເຊຍ ຢ່າງ​ຕັ້ງ​ໜ້າ”.

ຂ່າວ/ບົດ​ອື່ນ