(vovworld) - ເສທີປາໄສເສດຖະກິດໂລກ (WEF) ຫາກໍປະກາດບົດລາຍງານຕີລາຄາອາຊຽນ ແມ່ນຕະຫຼາດທີ່ເປີດກວ້າງໃຫ້ການຄ້າສາກົນ ຍິ່ງກວ່າອາເມລິກາ ແລະ ເອີລົບ, ໃນນັ້ນຫວຽດນາມ ມີບາດກ້າວປັບປຸງກ່ຽວກັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດຫຼາຍພໍສົມຄວນ. ໃນບົດລາຍງານດ້ວຍຫົວຂໍ້ວ່າ “ສະພາບແວດລ້ອມການຄ້າທົ່ວໂລກ 2016”, WEF ໄດ້ຕີລາຄາວ່າ, ໃນຊຸມປີຜ່ານມາ ສະພາບແວດລ້ອມດ້ານການຄ້າຂອງຫວຽດນາມ ໄດ້ຮັບການປັບປຸງຫຼາຍພໍສົມຄວນ ແລະ ເພີ່ມ 14 ຂັ້ນໃນຕະຕາລາງຈັດອັນດັບ “ຊຸກຍູ້ການຄ້າຂ້າມຊາຍແດນ 2016” ຂຶ້ນເປັນອັນດັບທີ 37 ໃນຈຳນວນ 136 ພື້ນຖານເສດຖະກິດທີ່ໄດ້ຮັບການຕີລາຄາ. ບັນລຸຜົນງານດັ່ງກ່າວແມ່ນຍ້ອນບັນດາການປັບປຸງໃນຂອດການຄຸ້ມຄອງຊາຍແດນ, ປະສິດທິຜົນ ດ້ານພາສີເພີ່ມຂຶ້ນ ແລະ ຫຼຸດຜ່ອນເວລາເຮັດລະບຽບການໃຫ້ສິນຄ້າຂາອອກຂາເຂົ້າ. ແຕ່ວ່າ, WEF ກໍຊີ້ໃຫ້ເຫັນວ່າ, ຫວຽດນາມ ຍັງມີໄລຍະທາງທີ່ຍາວນານເພື່ອກ້າວໄປເຖິງມາດຖານສາກົນ. ຫວຽດນາມ ໄດ້ຮັບການຕີລາຄາວ່າ ໄດ້ປັບປຸງການສຳພັດສິນຄ້າຕ່າງປະເທດສຳລັບຕະຫຼາດພາຍໃນປະເທດ. ຕາມ WEF ແລ້ວ, ຄວາມສາມາດແຊກຊຶມເຂົ້າຕະຫຼາດຕ່າງປະເທດຂອງຫວຽດນາມ ກໍໄດ້ຮັບການປັບປຸງ ຍ້ອນອັດຕາພາສີອາກອນຖືກຫຼຸດລົງ. ນອນນັ້ນ, ຫວຽດນາມ ໄດ້ມານະພະຍາຍາມໃນຂົງເຂດຊັບສິນທາງປັນຍາ ແລະ ຍົກສູງປະສິດທິຜົນຂອງບັນດາອົງການພາກລັດ.