ວາລະປະຊຸມໃນຕອນເຊົ້າວັນທີ 4/4
(vovworld) – ຫວຽດນາມ ເຫັນດີຈະອອກວີຊາດ້ວຍການກຳນົດເວລາປີໜຶ່ງໃຫ້ແກ່ພົນລະເມືອງ ອາເມລິກາ. ຕາມນັ້ນແລ້ວ, ຫວຽດນາມ ຈະອອກວີຊາເປັນເວລາ 1 ປີ, ເປັນຫຼາຍເທື່ອແທນທີເປັນເວລາ 3 ເດືອນຄືໄລຍະປະຈຸບັນໃຫ້ແກ່ພົນລະເມືອງ ອາເມລິກາ, ສ້າງເງື່ອນໄຂຊຸກຍູ້ການທ່ອງທ່ຽວ ກໍ່ຄືການຮ່ວມມືດ້ານເສດຖະກິດ - ການຄ້າ. ຕາມວາລະປະຊຸມໃນຕອນເຊົ້າວັນທີ 4/4, ສະພາແຫ່ງຊາດໄດ້ຮັບຟັງໃບສະເໜີຂອງທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ແລະ ບົດລາຍງານຂອງລັດຖະບານ ໂດຍທ່ານ ຟ້າມບີ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ສະເໜີກ່ຽວກັບການໃຫ້ສັດຕະຍາບັນຈົດໝາຍທາງການຂໍ້ຕົກລົງກ່ຽວກັບການອອກວີຊາລະຫວ່າງ ຫວຽດນາມ ແລະ ອາເມລິກາ. ທ່ານ ຟ້າມບີ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ, ໃຫ້ຮູ້ວ່າ:
“ຂໍ້ຕົກລົງກ່ຽວກັບວີຊາລະຫວ່າງ 2 ປະເທດຈະສ້າງເງື່ອນໄຂໃຫ້ແກ່ພົນລະເມືອງ ຫວຽດນາມ ເຂົ້າ, ອອກເມືອງຢູ່ອາເມລິກາ, ຫລຸດຜ່ອນລາຍຈ່າຍ ແລະ ເວລາສຳລັບປະຊາຊົນກໍຄືບັນດາອົງການຄຸ້ມຄອງການເຂົ້າ, ອອກເມືອງເມື່ອທຽບໃສ່ການອອກວີຊາເປັນໄລຍະສັ້ນ, ເໝາະສົມກັບການພົວພັນນັບມື້ນັບເລິກເຊິ່ງ, ກ້ວາງຂວາງລະຫວ່າງ ຫວຽດນາມ ແລະ ອາເມລິກາ ໃນທຸກຂົງເຂດ. ຂໍ້ຕົກລົງໄດ້ຮັບການສ້າງຕັ້ງບົນພື້ນຖານເຄົາລົບ ເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງ 2 ປະເທດ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ, ເປັນເອກະພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ບັນດາຫຼັກການພື້ນຖານອື່ນໆຂອງກົດໝາຍສາກົນ. ຂໍ້ຕົກລົງເໝາະສົມກັບແນວທາງການຕ່າງປະເທດຂອງ ຫວຽດນາມ.”