ຫວຽດນາມແຕ່ງຕັ້ງນາຍທະຫານຍິງຄົນທຳອິດເຂົ້າຮ່ວມຮັກສາສັນຕິພາບສະຫະປະຊາຊາດ

(VOVWORLD) -ຕອບຄ່ຳວັນທີ 30 ຕຸລາ, ຢູ່ຮ່າໂນ້ຍ ກະຊວງປ້ອງກັນປະເທດຫວຽດນາມໄດ້ມອບຂໍ້ຕົກລົງຂອງປະທານປະເທດໃຫ້ແກ່ພະນັກງານຄົນທີ 20 ຂອງຫວຽດນາມໄປປະຕິບັດໜ້າທີ່ຮັກສາສັນຕິພາບສະຫະປະຊາຊາດ
ຫວຽດນາມແຕ່ງຕັ້ງນາຍທະຫານຍິງຄົນທຳອິດເຂົ້າຮ່ວມຮັກສາສັນຕິພາບສະຫະປະຊາຊາດ - ảnh 1ທ່ານພົນໂທ ຫງວຽນຈີ້ວິ້ງ ມອບຂໍ້ຕົກລົງຂອງປະທານປະເທດໃຫ້ແກ່ພັນຈັດຕະວາ ໂດ້ທິຮັ່ງງາ

ພັນຈັດຕະວາ ໂດ້ທິຮັ່ງງາ ໄດ້ຮັບມອບໝານໜ້າທີ່ເປັນນາຍທະຫານເສນາທິການຮັບຜິດຊອບຕິດຕາມບັນດາການເຄື່ອນໄຫວດ້ານການທະຫານຢູ່ຄະນະປະຕິບັດງານຮັກສາສັນຕິພາບ ສ.ປ.ຊ ຢູ່ຊູດັງໃຕ້, ອາຍຸການ 1 ປີ ນັບແຕ່ວັນທີ 29 ຕຸລາເປັນຕົ້ນໄປ.      ນີ້ແມ່ນພະນັກງານຍິງຄົນທຳອິດຂອງຫວຽດນາມໄດ້ຮັບແຕ່ງຕັ້ງ ໄປປະຕິບັດໜ້າທີ່ຮັກສາສັນຕິພາບສະຫະປະຊາຊາດ. ທ່ານພົນໂທ ຫງວຽນຈີ້ວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໃຫ້ຮູ້ວ່າ : 

    “ ສຳລັບ ສ.ປ.ຊ, ການແຕ່ງຕັ້ງນາຍທະຫານຍິງ ໄປເຂົ້າຮ່ວມການຮັກສາສັນຕິພາບສະຫະປະຊາຊາດ ແມ່ນສະແດງໃຫ້ເຫັນນະໂຍບາຍຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ແມ່ນເປົ້າໝາຍສະຫັດສະວັດຂອງ ສ.ປ.ຊ, ຊຶ່ງເປັນການຢັ້ງຢືນບົດບາດຂອງແມ່ຍິງໃນບັນດາການເຄື່ອນໄຫວທີ່ມີລັກສະນະທົ່ວໂລກ, ໃນນັ້ນມີການເຄື່ອນໄຫວຮັກສາສັນຕິພາບ ”

ຕອບກັບ

ຂ່າວ/ບົດ​ອື່ນ