ຫວຽດນາມແບ່ງປັນຄວາມເສົ້າສະຫຼົດໃຈຕໍ່ບັນດາຄອບຄົວຂອງຜູ້ປະສົບເຄາະຮ້າຍໃນການບຸກໂຈມຕີດ້ວຍລົດຢູ່ເຢຍລະມັນ

ຫວຽດນາມແບ່ງປັນຄວາມເສົ້າສະຫຼົດໃຈຕໍ່ບັນດາຄອບຄົວຂອງຜູ້ປະສົບເຄາະຮ້າຍໃນການບຸກໂຈມຕີດ້ວຍລົດຢູ່ເຢຍລະມັນ - ảnh 1
( ພາບປະກອບ/Reuters )

(vovworld) - ວັນ​ທີ 20/12, ​ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ທີ່​ສະ​ເໜີ​ໃຫ້​ຮູ້​ປະຕິກິລິຍາ​ຂອງ ຫວຽດນາມ ຕໍ່​ການ​ບຸກ​ໂຈມ​ຕີ​ດ້ວຍ​ລົດ​ບັນທຸກຢູ່ ​ເຢຍລະ​ມັນ ​ແລະ ການ​ບຸກ​ໂຈມ​ຕີ​ດ້ວຍ​ປືນ​ຢູ່ ​ສະ​ວິດ ທີ່​ພາ​ໃຫ້​ຫຼາຍ​ຄົນ​ເສຍ​ຊີວິດ ​ແລະ ຮັບ​ບາດ​ເຈັບ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ເລ​ຫາຍ​ບິ່ງ ຊີ້​ແຈ້ງວ່າ: “ຫວຽດນາມ​ແບ່ງປັນ​ຄວາມ​ເສົ້າ​ສະຫຼົດ​ໃຈ​ຕໍ່​ບັນດາ​ຄອບຄົວ​ຂອງ​ຜູ້​ປະສົບ​ເຄາະ​ຮ້າຍ ​ແລະ ກ່າວ​ປະນາມ​ບັນດາ​ການ​ບຸກ​ໂຈມ​ຕີ​ໃສ່​ສາມັນ​ຊົນ“.

        ​ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ເລື່ອງ​ມີ​ພົນລະ​ເມືອງ ຫວຽດນາມ​ ຖືກ​ຜົນ​ສະທ້ອນ​ຈາກ ການ​ບຸກ​ໂຈມ​ຕີ​ດ້ວຍ​ລົດ​ບັນທຸກຢູ່​ ເຢຍລະ​ມັນຫຼື​ບໍ. ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ເລ​ຫາຍ​ບິ່ງ ​ໃຫ້​ຮູ້​ວ່າ: “ພາຍຫຼັງ​ໄດ້​ຮັບ​ຂ່າວ, ສະຖານທູດ ຫວຽດນາມ ປະຈຳ​ເຢຍລະ​ມັນ ​ໄດ້​ຮີບ​ເຮັ່ງ​ຕິດ​ຕໍ່​ພົວພັນ​ກັບ​ບັນດາ​ອົງການ​ກ່ຽວຂ້ອງ​ຢູ່​ປະ​ເທດ​ປະຈຳ​ຖີ່​ນ, ບັນດາ​ສະມາຄົມ​ຊາວ ຫວຽດນາມ​ທີ່​ພວມ​ດຳລົງ​ຊີວິດ, ຮຳ່ຮຽນ ​ແລະ ​ເຮັດ​ວຽກຢູ່ ​ເຢຍລະ​ມັນ ​ເພື່ອ​ຊອກ​ຮູ້​ຂໍ້​ມູນ​ຂ່າວ. ມາ​ຮອດ​ປະຈຸ​ບັນ, ບໍ່​ທັນ​ມີຂໍ້​ມູນ​ຂ່າວ​ກ່ຽວ​ກັບຊາວ ຫວຽດນາມ ຖືກ​ຜົນ​ສະທ້ອນ​ຈາກ​ເຫດ​ບຸກ​ໂຈມ​ຕີ​ດັ່ງກ່າວ​ເທື່ອ“.

 

ຂ່າວ/ບົດ​ອື່ນ