ຫວຽດນາມແບ່ງເບົາກັບຍີ່ປຸ່ນກ່ຽວກັບຄວາມເສຍຫາຍຍ້ອນເຫດແຜ່ນດິນໄຫວກໍ່ຂຶ້ນ

ຫວຽດນາມແບ່ງເບົາກັບຍີ່ປຸ່ນກ່ຽວກັບຄວາມເສຍຫາຍຍ້ອນເຫດແຜ່ນດິນໄຫວກໍ່ຂຶ້ນ - ảnh 1

ທ່ານ ​ເລ​ຫາຍ​ບີ່​ງ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ


(vovworld) – ​ກ່ຽວຂ້ອ​ງ​ເຖິງ​ເຫດ​ແຜ່ນດິນ​ໄຫວ​ຢູ່ ຍີ່ປຸ່ນ ​ໃນຊຸມ​ວັນ​ຜ່ານ​ມາ, ວັນ​ທີ 16/4/2016, ທ່ານ ​ເລ​ຫາຍ​ບີ່​ງ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ໃຫ້​ຮູ້​ວ່າ: “ຫວຽດນາມ ​ແບ່ງ​ເບົາ​ບັນດາ​ຜົນ​ເສຍ​ຫາຍ​ອັນ​ໃຫຍ່​ຫຼວງ​ກ່ຽວ​ກັບ​ມະນຸດ ​ແລະ ຊັບ​ສິນ​ເຊິ່ງລັດຖະບານ ​ແລະ ປະຊາຊົນ ຍີ່ປຸ່ນ ພວມປະສົບ​ຍ້ອນ​ເຫດ​ແຜ່ນດິນ​ໄຫວ​ເກີດ​ຂຶ້ນ​ຢ່າງລຽນຕິດ​ຫວ່າງ​ແລ​້ວນີ້. ຫວຽດນາມ ຂໍ​ຝາກ​ຄວາມ​ເສົ້າ​ສະຫຼົດ​ໃຈ​ເຖິງ​ຄອບຄົວ​ຜູ້​ປະສົບ​ເຄາະ​ຮ້າຍ ​ແລະ ​ເຊື່ອ​ໝັ້ນ​ຢ່າງ​ແນວ​ແນ່​ວ່າ, ດ້ວຍ​ບັນ​ດາ​ຄວາມ​ມານະ​ພະຍາຍາມ, ​ເຈດ​ຈຳນົງ​ຂອງ​ຕົນ, ລັດຖະບານ ​ແລະ ປະຊາຊົນ ຍີ່ປຸ່ນ ຈະ​ຜ່ານ​ຜ່າ​ໄລຍະ​ຫຍູ້​ງຍາກ​ນີ້​ໂດຍ​ໄວ ​ເພື່ອ​​​ເຮັດໃຫ້​ສະພາບ​​ເປັນ​ປົກກະຕິ”. ກ່ຽວ​ກັບ​ບັນດາ​ແຫຼ່ງຂ່າວ​ກ່ຽວຂ້ອງ​ເຖິງ​ພົນລະ​ເມືອງ ຫວຽດນາມ ທີ່​ຖືກ​ຜົນ​ສະທ້ອນ​ຈາກ​ເຫດ​​ແຜ່ນດິນ​ໄຫວ, ​ໂຄສົກກະຊວງ​ກາ​ນຕ່າງປະ​ເທດ ຫວຽດນາມ ​ເລ​ຫາຍ​ບີ່​ງ ຢັ້ງຢືນ​ວ່າ: “ຕາມ​ແຫຼ່ງຂ່າວ​ຈາກ​ສະຖານທູ​ດ ຫວຽດນາມ ປະຈຳ ຍີ່ປຸ່ນ, ສະຖານກົງສູນ​ໃຫຍ່ ຫວຽດນາມ ປະຈຳ​​ແຂວງ Fukuoka, ມາ​ຮ​ອດຈຸດ​ເວລາ​ນີ້, ບໍ່​ທັນ​ມີ​ຂ່າວ​ກ່ຽວ​ກັບ​ຊາວ ຫວຽດນາມ ​ຜູ້​ໃດ​ປະສົມ​ເຄາະ​ຮ້າຍ​ຈາກ​ເຫດ​ແຜ່ນດິນ​ໄຫວ. ບັນດາ​ອົງການ​ຕາງໜ້າ​ຂອງ ຫວຽດນາມ ປະຈຳ ຍີ່ປຸ່ນ ພວມ​ສືບ​ຕໍ່​ມານ​ະພະຍາຍາມ​ສົມທົບ​ກັນ​ຢ່າງ​​ແໜ້ນ​ແຟ້ນກັບ​ບັນດາ​ອົງການ​ກ່ຽວຂ້ອງ​ຂອງປະ​ເທດ​ປະຈຳ​ຖິ່ນ​ເພື່ອ​ກຳ​ແໜ້ນ​ສະພາບ​ການ, ສ້​້າງວິທີ​ການ​ໜູນ​ຊ່ວຍ​ລະອຽດ​​ຖ້າ​ຫາກ​ມີ​ພົນລະ​ເມືອງ ຫວຽດນາມ ປະສົບ​ເຄາະ​ຮ້າຍ. ພ້ອມ​ກັນ​ນັ້ນ, ສະຖານທູ​ດ ຫວຽດນາມ ປະຈຳ ຍີ່ປຸ່ນ, ສະຖານກົງສູນ​ໃຫຍ່ ຫວຽດນາມ ປະຈຳ ຍີ່ປຸ່ນ ​ໄດ້​ສ້າ​ງ​ໂທລະສັບ​ສາຍ​ດ່ວນ 3 ສາຍ​ເພື່ອ​ຮັບ​ຂ່າວ​ກ່ຽວ​ກັບ​ສະພາບ​ການ​ພົນລະ​ເມືອງ ຫວຽດນາມ ​ເພື່ອ​ມີ​ການໜູນ​ຊ່ວຍ, ຊ່ວຍ​ເຫຼືອ​ຢ່າງ​ທັນ​ການ.”


ຂ່າວ/ບົດ​ອື່ນ