ຫວຽດນາມແມ່ນຕະຫຼາດທີ່ມີຄວາມສາມມາດບົ່ມຊ້ອນໃຫ້ບັນດາວິສາຫະກິດຍີ່ປຸ່ນ

ຫວຽດນາມແມ່ນຕະຫຼາດທີ່ມີຄວາມສາມມາດບົ່ມຊ້ອນໃຫ້ບັນດາວິສາຫະກິດຍີ່ປຸ່ນ - ảnh 1
(ຫວຽດນາມແມ່ນຕະຫຼາດທີ່ມີຄວາມສາມມາດບົ່ມຊ້ອນ
ໃຫ້ບັນດາວິສາຫະກິດຍີ່ປຸ່ນ)


(vovworld) - ​​ ຕອນ​ເຊົ້າ​ວັນ​ທີ 17/9, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນ​ິດຫວຽດນາມ ຫງວຽນ​ຟູ໋ຈ້ອງ ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ​ປະທານ​ສະພາ​ຕຳ່​ຍີ່ປຸ່ນ Oshima Tadamori. ​ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ທີ 17/9, ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟູ໋ຈ້ອງ  ກໍ່​ໄດ້​ໃຫ້ການ​ຕ້ອນຮັບ​ປະທານ​ພັກ​ກອມ​ມູນິດ​ຍີ່ປຸ່ນ Kazuo Shii, ຕ້ອນຮັບ​ທ່ານ​ປະທານ​ພັກ​ປະຊາທິປະ​ໄຕ​ຍີ່ປຸ່ນ Katsuya Okada ​ແລະ​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ​ພັກ​ກອມ​ມູນິດ​ຍີ່ປຸ່ນ; ​ໃຫ້ການ​ຕ້ອນຮັບ​ປະທານ​ອົງການ​ຮ່ວມ​ມື​ສາກົນ​ຍີ່ປຸ່ນ (JICA) Tanaka Akihito.

        ຕອນ​ທ່ຽງ​ວັນ​ທີ 17/9, ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟູ໋ຈ້ອງ   ມີ​ການ​ພົບ​ປະກັບ​ການ​ນຳ​ສະຫະພັນ​ບັນດາ​ອົງການ​ຈັດ​ຕັ້ງ​ເສດຖະກິດ​ຍີ່ປຸ່ນ (KEIDANREN). ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟູ໋ຈ້ອງ  ສະ​ເໜີວ່າ, ດ້ວຍ​ບົດບາດ​ຂອງ​ຕົນ KEIDANREN ສືບ​ຕໍ່​ຈັດ​ຕັ້ງ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຍີ່ປຸ່ນ ​ເພີ່ມ​ທະວີ​ການ​ທຳ​ມາ​ຫາ​ກິນ​ກັບ​ຫວຽດນາມ, ປະກອບສ່ວນ​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ຂອງ​ການ​ນຳ​ສອງ​ປະ​ເທດ​ຢ່າງ​ມີ​ປະສິດທິ​ຜົນ.

        “​ໃນ​ການ​ພົບ​ປະ​ຄັ້ງ​ຕ່າງໆ, ​ໃນ​ນັ້ນ​ມີ​ການ​ພົບ​ປະລະ​ຫວ່າງ​ຂ້າພະ​ເຈົ້າ​ກັບ​ທ່ານ​ນາຍົກລັດຖະມົນຕີ Abe ລ້ວນ​ແຕ່​ເຫັນ​ດີ​ຕີ​ລາຄາ​ວ່າ, ​ໄລຍະ​ຜ່ານ​ມາ, ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ຈົບງາມ, ​ແລະ ຫວັງ​ວ່າ​ໄລຍະ​ຈະ​ມາ​ເຖິງ, ການ​ພົວພັນ​ນີ້​ຈະ​ຮັບ​ການ​ພັດທະນາ​ກວ່າ​ອີກ. ສິ່ງ​ດັ່ງກ່າວ​ສະ​ແດງ​ອອກ​ໃນ​ຖະ​ແຫຼ​ງການ​ກ່ຽວ​ກັບ​ວິ​ໄສ​ທັດ​ລວມກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ຍີ່ປຸ່ນ. ​ໃນ​ວິ​ໄສ​ທັດ​ລວມນັ້ນ, ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ KEIDANREN  ຈະ​ສືບ​ຕໍ່​ປຶກສາ​ຫາລື​ກັບ​ບັນດາ​ວິ​ສາ​ຫະກິດ​ຢ່າງ​ລະອຽດ​ໃນ​ແຕ່ລະ​ໂຄງການ, ​ແຕ່ລະ​ຂົງ​ເຂດ, ​ເພື່ອ​ສືບ​ຕໍ່​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ“.

ຂ່າວ/ບົດ​ອື່ນ