ຫວຽດນາມແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດຫາກໍພົ້ນເດັ່ນມີການເຕີບໂຕໄວທີສຸດ

ຫວຽດນາມແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດຫາກໍພົ້ນເດັ່ນມີການເຕີບໂຕໄວທີສຸດ - ảnh 1
(ພາບປະກອບ)

(vovworld) -  ​ໃນ​ບົດ​ວິ​ເຄາະ​ເສດຖະກິດລົງ​ວັນ​ທີ 28/03, ທະນາຄານ​ແຫ່ງ​ລັດ​ Qatar (QNB) - ທະນາຄານ​ທີ່​ໃຫຍ່​ສຸດ​ຢູ່​ເຂດ​ອ່າວ​ເປີ​ເຊຍ - ​ໃຫ້​ຮູ້​ວ່າ: ຫວຽດນາມ ຄາດ​ຄະ​ເນ​ຈະ​ແມ່ນ​ໜຶ່ງ​ໃນ​ບັນດາ​ຕະຫລາດ​ຫາ​ກໍ​ພົ້ນ​ເດັ່ນ (EMs) ມີ​ລະດັບ​ການ​ເຕີບ​ໂຕ​ໄວ​ທີ່​ສຸດ, ສາມາດ​ບັນລຸ​ກ່ວາ 7% ​ແລະ ສູງກ່ວາ​ອີກ​ໃນ​ປີ 2016 – 2017. ບົດຂຽນ​ຊີ້​ແຈ້ງວ່າ: ​ເອກ​ະ ສານກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ກອມ​ມູນິດ ຫວຽດນາມ ຄັ້ງ​ທີ 12 ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສືບ​ຕໍ່​ການປະຕິ​ຮູບ​ໂດຍ​​ເລັ່ງ​ໃສ່​ຂົງ​ເຂດ​ທະນາຄານ, ບັນດາ​ລັດ​ວິ​ສາ​ຫະກິດ ​ແລະ ຫັນ​ເສດຖະກິດ​ມະຫາ​ພາກ​​ເປັ​ເສລີ. ຍ້ອນ​ເຫດ​ນັ້ນ, ​ແງ່​ຫວັງ​ຂອງ​ເສດຖະກິດ ຫວຽດນາມ ຍັງ​ຕັ້ງໜ້າ, ​ເໝາະສົມ​ກັບການ​ຄາດ​ຄະ​ເນ​ຂອງ QNB ປະ​ກາດ​ເມື່ອ​ເດືອນ 12/2015, ຕາມ​ນັ້ນ​ແລ້ວ ​ເສດຖະກິດ ຫວຽດນາມ ຄາດ​ຄະ​ເນບັນລຸ​ລະດັບ​ເຕີບ​ໂຕ 7%​ ​ໃນ​ປີ 2016 ​ແລະ 7,5% ​ໃນ​ປີ 2017.

 

 

ຂ່າວ/ບົດ​ອື່ນ