ຫວຽດນາມແລະ Venezuelaຢັ້ງຢືນຄຳໝັ້ນສັນຍາຮ່ວມມືໃນຂົງເຂດນ້ຳມັນອາຍແກັດ

ຫວຽດນາມແລະ Venezuelaຢັ້ງຢືນຄຳໝັ້ນສັນຍາຮ່ວມມືໃນຂົງເຂດນ້ຳມັນອາຍແກັດ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ Venezuela Elias Jose Jaua Milano
(ພາບ: TTXVN)

(vovworld) – ​ ​ຕອນ​ບ່າຍ​ວັນ​ທີ 12/3, ທີ່​ສຳ​ນັກ​ງາ​ນ​ລັດ​ຖະ​ບານ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ Venezuela Elias Jose Jaua Milano ຢູ່​ຢ້ຽມ​ຢາມ ຫວຽດ​ນາມ ແລະ ເຂົ້າ​ຮ່ວ​ມກອງ​ປະ​ຊຸ​ມ​ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ 2 ປະ​ເທດ. ທີ່​ການ​ຕ້ອນ​ຮັບ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽນ​ເຕີນ​ຢູ້ງ ສະ​ເໜີ​ 2 ຝ່າຍ​ສຸມ​ໃສ່​ຍູ້​ແຮງ​ກາ​ນ​ພົວ​ພັນ​ການ​ຄ້າ ແລະ ການ​ລົງ​ທຶນ​ລະ​ຫວ່າງ 2 ປະ​ເທດ​ຍ້ອນ​ການ​ຄ້າ 2 ສົ້ນ​ເຖິງວ່າ​ໄດ້​ເຕີບ​ໂຕ​ແລ້ວແຕ່​ຍັງ​ຈຳ​ກັດ​ຢູ່​ດັ່ງ​ນັ້ນ 2 ປະ​ເທດ​ອາ​ດ​ຈະ​ຮ່ວມ​ມືຫຼາຍ​ກ່​ວາ​ອີກ​ໃນ​ຂົງ​ເຂດນີ້. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຊີ້​ແຈ້ງ​​ວ່າການ​ລົງ​ທຶນ​ຂອງ ຫວຽດ​ນາມ ເຂົ້າ Venezuela ພວມ​ປະ​ສົບ​ກັບຄວາມ​ຫຍຸ້ງ​ຍາກ ພິ​ເສດ​ໃນ​ຂົງ​ເຂດ​ນ້ຳ​ມັນ​ອາຍ​ແກັດ. ດັ່ງ​ນັ້ນ, ຫວຽດ​ນາມ ປາດ​ຖະ​ໜາ​ວ່າ​ປະ​ທາ​ນາ​ທິ​ບໍ​ດີ Maduro, ຮອງ​ປະ​ທາ​ນາ​ທິ​ບໍ​ດີ ແລະ ລັດ​ຖະ​ບານ Venezuela ​ຈະມີ​ມາດ​ຕະ​ການ​ໜູນ​ຊ່ວຍ​ຢ່າງ​ເໝາະ​ສົມ, ສ້າງ​​ທຸກເງື່ອນ​ໄຂ​ສະ​ດວກ​ເພື່ອ​​ໃຫ້ບັນ​ດາ​ໂຄງ​ການ​ຕົ້ນ​ຕໍ​ບັນ​ລຸ​ຜົນ​ສຳ​ເລັດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ຊີ້​ແຈ້ງວ່າ ຫວຽດ​ນາມ ຈະ​ສືບ​ຕໍ່​ຮ່ວມ​ມື, ສະ​ໜັບ​ສະ​ໜູນ Venezuela ແລະ ຈະ​ບໍ່​ປະ​ລະ​ການ​ລົງ​ທຶນ​ເຂົ້າ​ຂົງ​ເຂດ​ນ້ຳ​ມ​ັ​ນ​ອາຍ​ແກັດ ຢ່​ູ Venezuela. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຢັ້ງ​ຢືນນີ້​ແມ່ນ​ໂຄງ​ການ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ພິ​ເສດຈາກ​ພັກ, ລັດ, ສະ​ພາ​ແຫ່ງ​ຊາດ ແລະ ລັດ​ຖະ​ບານ ຫວຽດ​ນາມ, ໂຄງ​ການນີ້ບໍ່​ພຽງ​ແຕ່​ມີ​ຄວາມ​ໝາຍ​ດ້ານ​ເສດ​ຖະ​ກິດ​ເທົ່າ​ນັ້ນ ຫາກ​ຍັງ​ມີ​ຄວາມ​ໝາຍ​ການ​ເມືອງ​ອີກ​ດ້ວຍ.

        ທ່ານ​ຮອງ​ປະ​ທານ​າ​ທິ​ບໍ​ດີ Elias Jose Jaua Milano ຢັ້ງ​ຢືນ: ບັນ​ດາ​ການ​ນຳ Venezuela ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ເພີ່ມ​ທະ​ວີ ແລະ ເຮັດ​ໃຫ​້​ການ​ພົວ​ພັນ​ຮ່ວມ​ມື​ກັບ ຫວຽດ​ນາມ ​ໃຫ້ເລິກ​ເຊິ່ງ​ຂຶ້ນ​ຕື່ມ​ໃນ​ທຸກ​ຂົງ​ເຂດ. ທ່ານ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ໃຫ້​ຮູ້​ວ່າ: ຝ່າຍ Venezuela ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສ້າງ​ເງື່ອ​ນ​ໄຂ​ສະ​ດວກ ແລະ ການ​ເງິນ​​ດີ​ກ່​ວາ​ອີກ​ເພື່ອ​ໃຫ້ໂຄງ​ການນ​້ຳ​ມັນ​ອາຍ​ແກັດ​ລະ​ຫວ່າງ 2 ປະ​ເທດ​ສືບ​ຕໍ່​ພັດ​ທະ​ນາ. ທ່ານ​ຮອງ​ປ​ະ​ທາ​ນາ​ທິ​ບໍ​ດີ Elias Jose Jaua Milano ກໍ່​ປາດ​ຖະ​ໜາ​​ວ່າ ຫວຽດ​ນາມ ​ຈະສືບ​ຕໍ່​ສະ​ໜັບ​ສະ​ໜູນ​ພື້ນ​ຖານ​ປະ​ຊາ​ທິ​ປະ​ໄຕ​ ກໍ່​ຄື​ປາດ​ຖະ​ໜາ​ຢາກ​ດຳ​ລົງ​ຊີ​ວິດ​ໃນ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ຂອງ Venezuela, ຍ້ອນ​ວ່າ​ສຽງ​ເວົ້າ​ຂອງ ຫວຽດ​ນາມ ສຳ​ຄັນ​ທີ່​ສຸດ​ໃນ​ເວ​ທີ​ສ​າ​ກົນ.
ຂ່າວ/ບົດ​ອື່ນ