ຫວຽດນາມແລະBelizeຊຸກຍູ້ການພົວພັນ2ຝ່າຍ
ທ່ານນາງເອກອັກຄະລັດຖະທູດຫວຽດນາມ ແລະ ຜູ້ມີອຳນາດ
ເຕັມແຫ່ງ Belize, ທ່ານ Colville Norbert Young
(ພາບ: vietnamplus..vn)
(vovworld) – ວັນທີ 4/5, ທີ່ສຳນັກງານ Belize, ທ່ານນາງເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ.ຫວຽດນາມ ເລລິນລານ ຍື່ນສານຕາຕັ້ງເຖິງຜູ້ມີອຳນາດເຕັມແຫ່ງ Belize, ທ່ານ Colville Norbert Young. ທ່ານ Colville Norbert Young ຕີລາຄາສູງການພັດທະນາກະໂດດຂັ້ນທາງດ້ານເສດຖະກິດຂອງ ຫວຽດນາມ ໃນໄລຍະແຫ່ງການປ່ຽນໃໝ່. ຜູ້ມີອຳນາດເຕັມແຫ່ງ Belize ເຫັນດີຊຸກຍູ້ການພົວພັນຮ່ວມມືລະຫວ່າງ Belize ແລະ ຫວຽດນາມ, ພິເສດເນື່ອງໃນໂອກາດສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ ແລະ ສະແດງໃຫ້ເຫັນການສະໜັບສະໜູນເພີ່ມທະວີການຮ່ວມມື 2 ຝ່າຍຢູ່ບັນດາເວທີປາໄສຫຼາຍຝ່າຍ.
ທ່ານນາງເອກອັກຄະລັດຖະທູດ ເລລິນລານ ກໍ່ມີການພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ Belize Dean O.Barrow ແລະ ທ່ານລັດຖະມົນຕີວ່າການກະຊວງບໍລິຫານລັດ, ເລືອກຕັ້ງ ແລະ ເຂດຊາຍແດນ Belize Charles Gibson. 2 ຝ່າຍໄດ້ແລກປ່ຽນ ກ່ຽວກັບກາລະໂອກາດຮ່ວມມືດ້ານເສດຖະກິດ, ການຄ້າລະຫວ່າງ 2 ປະເທດ.