ຫວຽດນາມແລະກູຍບາເພີ່ມທະວີການຮ່ວມມື 2 ຝ່າຍ

(VOVWORLD) -ຫວຽດນາມ ແລະ ກູຍບາ ຄວນສືບຕໍ່ເພີ່ມທະວີການຮ່ວມມື 2 ຝ່າຍ, ໃນນັ້ນຖືເປັນສຳຄັນການຍົກສູງການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນເທື່ອລະກ້າວເພື່ອໃຫ້ສົບກັບການພົວພັນດ້ານການເມືອງອັນດີງາມລະຫວ່າງ 2 ປະເທດ.

ຫວຽດນາມແລະກູຍບາເພີ່ມທະວີການຮ່ວມມື 2 ຝ່າຍ - ảnh 1ຫວຽດນາມແລະກູຍບາເພີ່ມທະວີການຮ່ວມມື 2 ຝ່າຍ

(ພາບ: TTXVN)

ນັ້ນແມ່ນຄຳເຫັນຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດກູຍບາ Lianys Tores Rivera ເຂົ້າຢ້ຽມຂໍ່ານັບໃນວັນທີ 09 ມັງກອນ, ຢູ່ຮ່າໂນ້ຍ ເນື່ອງໃນໂອກາດເລີ່ມປະຕິບັດໜ້າທີ່ທາງການທູດຢູ່ຫວຽດນາມ.

        ສ່ວນທ່ານເອກອັກຄະລັດຖະທູດ Lianys Tores Rivera ຢືນຢັນວ່າ, ໃນອາຍຸການປະຕິບັດງານຂອງຕົນຢູ່ຫວຽດນາມ, ຈະມານະພະຍາຍາມປະກອບສ່ວນເຂົ້າໃນເລື່ອງສືບຕໍ່ນຳການພົວພັນລະຫວ່າງ 2 ປະເທດໃຫ້ເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ