ຫວຽດນາມແລະລາຊະອານາຈັກແບນຊິກເພີ່ມທະວີການພົວພັນຮ່ວມມື

ຫວຽດນາມແລະລາຊະອານາຈັກແບນຊິກເພີ່ມທະວີການພົວພັນຮ່ວມມື - ảnh 1
​ການ​ປະຊຸມ​ຄັ້ງ​ທີ 3 ຂອງ​ຄະນະ​ກຳມະການ​ປະສົມ​ຮ່ວມ​ມື​
ເສດຖະກິດ ຫວຽດນາມ - ລາຊະ​ອານາຈັກ ​ແບນ​ຊິກ
(ພາບ: TTXVN)

(vovworld) – ​ ວັນ​ທີ 23/11, ຢູ່​ສຳນັກງານ​ກະຊວງ​ການ​ຕ່າງປະ​ເທດ ​ແບນ​ຊິກ ທີ່​ນະຄອນຫລວງ Brussels, ​ໄດ້ດຳ​ເນີນ​ການ​ປະຊຸມ​ຄັ້ງ​ທີ 3 ຂອງ​ຄະນະ​ກຳມະການ​ປະສົມ​ຮ່ວມ​ມື​ເສດຖະກິດ ຫວຽດນາມ - ລາຊະ​ອານາຈັກ ​ແບນ​ຊິກ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ ຫງວຽນ​ຈີ໋ຢຸງ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ແຜນ​ການ ​ແລະ ການ​ລົງ​ທຶນ ຫວຽດນາມ ຕີ​ລາຄາ​ສູງ​ການ​ພົວພັນ​ຮ່ວມ​ມື​ຫລາຍ​ດ້ານ​ກັບ​ຝ່າຍ ​ແບນ​ຊິກ, ພິ​ເສດ​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ ​ແລະ ປາດ​ຖະໜາ​ວ່າ: ການ​ພົວພັນ​ນີ້ ຈະ​ສືບ​ຕໍ່​ໄດ້ຮັບ​ການ​ເພີ່ມ​ທະວີ​ໃນ​ໄລຍະ​ຈະ​ມາ​ເຖິງ. ທີ່​ການ​ປະຊຸມ, 2 ຝ່າຍ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ໂຄງການ​ພວມ​ໄດ້​ຮັບ​ການ​ປະຕິບັດ ​ແລະ ສະ​ເໜີ​ບັນດາ​ໂຄງການ​ຮ່ວມ​ມື​ໃນ​ອະນາຄົດ. ຝ່າຍ ​​ແບນ​ຊິກ ສະ​ແດງ​ຄວາມ​ປາ​ດຖະໜາ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ​ຈະ​ສົ່ງ​ອອກ​ຊີ້ນ​ງົວ, ຊີ້ນ​ງົວ​ນ້ອຍ ​ແລະ ໝາກ​ເຊີ​ລີ ​ເຂົ້າ​ຕະຫລາດ ຫວຽດນາມ ກໍ​ຄື​ລົງທຶນ​ເຂົ້າ​​ໃນຂົງ​ເຂດພະລັງງານ​ຜະລິດ​ຄືນ​ໃໝ່​ຢູ່ ຫວຽດນາມ. ຝ່າຍ ຫວຽດນາມ ສະ​ເໜີຝ່າຍ ​ແບນ​ຊິກ ສືບ​ຕໍ່​ໜູນ​ຊ່ວຍ​ໃຫ້​ບັນດາ​ເຄື່ອງ​ມື​ທີ່ມີ​ຢູ່​ແລ້ວ​ຄື: ການ​ເຕີບ​ໂຕ​ຂຽວ, ກອງ​ທຶນ​ຄົ້ນຄວ້າ ​ແລະ ​ໃຫ້​ຄຳປຶກສາ, ພ້ອມ​ທັງ ສືບ​ຕໍ່​ເຮັດ​ວຽກ​ນຳ​ກັນ ​ເພື່ອ​ກຳນົດ​ບັນດາ​ກົນ​ໄກ​ຮ່ວມ​ມື​ໃໝ່.

        ວົງ​ເງິນ​ການ​ຄ້າ 2 ຝ່າຍ ຫວຽດນາມ - ​ແບນ​ຊິກ ບັນລຸ 2 ຕື້ USD ​ໃນ​ປີ 2014. ​ປະຈຸ​ບັນ ແບນ​ຊິກ ພວມຢືນ​ອັນ​ດັບ​ 6 ​ໃນ​ຈຳ​ນວນຄູ່​ຮ່ວມ​ມື​ການ​ຄ້າ​ຂອງ ຫວຽດນາມ ​ຢູ່ ອີຢູ. ການ​ລົງທຶນ ຂອງ ​ແບນ​ຊິກ ຢູ່ ຫວຽດນາມ ມີ​ມູນ​ຄ່າ 420 ລ້ານ USD ດ້ວຍ 59 ​ໂຄງການ.

 

 

ຂ່າວ/ບົດ​ອື່ນ