ຫວຽດນາມແລະລາວເພີ່ມທະວີການຮ່ວມມືໃນຂົງເຂດສື່ມວນຊົນ

ຫວຽດນາມແລະລາວເພີ່ມທະວີການຮ່ວມມືໃນຂົງເຂດສື່ມວນຊົນ - ảnh 1
ຄະນະ​ຜູ້​ແທນສະ​ຖາ​ບັນ​ສື່​ມວນ​ຊົນ​ແລະໂຄສະນາ​ຂອງເຮັດ​ວຽກ
​ກັບ​ສະ​ຖາ​ບັນ​ຖະ​ແຫຼ​ງ​ຂ່າວວັດທະນະທຳແລະທ່ອງ​ທ່ຽວ ລາວ
(ພາບ: PhamKien/vietnam+)


(vovworld) – ວັນ​ທີ 19/10, ຄະນະ​ຜູ້​ແທນສະ​ຖາ​ບັນ​ສື່​ມວນ​ຊົນ ​ແລະ ​ໂຄສະນາ​ຂອງ ຫວຽດນາມ, ສັງກັດສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ ​ໂຮ່ຈີ​ມິນ ​ໂດຍ​ທ່ານ ລຶວວັນ​ອານ ຮອງ​ຜູ້ອຳນວຍການສະ​ຖາ​ບັນ ​ເປັນ​ຫົວໜ້າ​ຄະນະ, ມີ​ການ​ເຮັດ​ວຽກ​ກັບບາງ​ສະ​ຖາ​ບັນ ​ແລະ ອົງການ​ສຳນັກງານ​ສື່​ມວນ​ຊົນ​ຂອງ ລາວ ​ເພື່ອ​ແນ​ໃສ່​ຫັນ​ເປັນ​ລະອຽດ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສື່​ມວນ​ຊົນ​ລະຫວ່າງ 2 ປະ​ເທດ​ໃນ​ສະພາບ​ປະຊາ​ຄົມ ອາ​ຊຽນ ຈະ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນໃນ​ທ້າຍ​ປີ​ນີ້. ທີ່​ການ​ເຮັດ​ວຽກ​ກັບ​ສະ​ຖາ​ບັນ​ຖະ​ແຫຼ​ງ​ຂ່າວວັດທະນະທຳ ​ແລະ ທ່ອງ​ທ່ຽວ ລາວ ຂຶ້ນ​ກັບ​ກະຊວງຖະ​ແຫຼ​ງຂ່າວ ວັດທະນະທຳ ​ແລະ ທ່ອງ​ທ່ຽວ ລາວ. ຄະນະ​ຜູ້​ແທນ​ສະ​ຖາ​ບັນ​ສື່​ມວນ​ຊົນ ​ແລະ ​ໂຄສະນາ ​ເຫັນ​ດີ​ເປັນ​ເອກະພາບ​ຕ້ອນຮັບ, ​ແລກ​ປ່ຽນຄະນະ​ປະຕິບັດ​ງານ​ເປັນ​ປະຈຳ​ປີ, ​ແລກປ່ຽນ​ນັກ​ສຶກສາ ​ແລະ ສົ່ງ​ນັກ​ສຶກສາ​ມາ​ຮຽນ​ຢູ່​ສະ​ຖາ​ບັນ​ສື່​ມວນ​ຊົນ ​ແລະ ​ໂຄສະນາ  ​ເພື່ອ​ຍົກ​ສູງ​ທັກ​ສະ​ຄຸ້ມ​ຄອງ​ສື່​ມວນ​ຊົນ, ຍົກ​ສູງ​ວິຊາ​ສະ​ເພາະ​ໃຫ້​ນັກ​ຂ່າວ, ນັກ​ບັນນາທິການ​ຂອງ​ສື່​ມວນ​ຊົນ ລາວ. ພ້ອມ​ທັງ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ຄູ​ອາຈານ, ນັກ​ຂ່າວ, ບັນດາ​ນັກວິທະຍາສາດ​ຜັນ​ຂະຫຍາຍ​ການຄົ້ນຄວ້າ​ຫົວ​ເລື່ອງວິທະຍາສາດ​ຕ່າງໆ ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ; ຜັນ​ຂະຫຍາຍ​ການ​ຮ່ວມ​ມື​ຄົ້ນຄວ້າ, ຂໍ້​ມູນ​​ໃຫ້ຂ່າວ​ວິທະຍາສາດ ​ແລະ ​ເປັນ​ປະທານ​ຮ່ວມ​ຈັດ​ຕັ້ງ​ບັນດາ​ການ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດຢູ່ ຫວຽດນາມ ​ແລະ ລາວ.


ຂ່າວ/ບົດ​ອື່ນ