ຫວຽດນາມແລະສິງກະໂປທາບທາມດ້ານການເມືອງ

ຫວຽດນາມແລະສິງກະໂປທາບທາມດ້ານການເມືອງ - ảnh 1
ທ່ານ K Shanmugam, ລັດຖະມົນຕີການຕ່າງປະເທດສິງກະໂປ
ຕ້ອນຮັບທ່ານຟ້າມກວາງວີງ, ລັດຖະມົນຕີຊ່ວຍວ່າການກະຊວງ
ການຕ່າງປະເທດຫວຽດນາມ


(vovworld)-​ໂດຍ​ປະຕິບັດ​ຂໍ້​ຕົກລົງ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາ​ມ ​ແລະ ສິງກະ​ໂປ, ທ່ານ​ ຟ້າ​ມກວາງ​ວີ​ງ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ນຳ​ຫນ້າ​ຄະນະ​ຜູ້​ແທນ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ດຳ​ເນີນ​ການ​ທາ​ບທາມດ້ານ​ການ​ເມືອງ​ຄັ້ງ​ທີ 8 ​ແລະ ພົບ​ປະ​ແລກ​ປ່ຽນ​ຄັ້ງ​ທີ 4 ກັບ​ກະຊວງ​ການ​ຕ່າງ​ປະ​ເທດ​ສິງກະ​ໂປ ​ໃນ​ເວລາ 2 ວັນ ​ຄື​ວັນ​ທີ 10 ​ແລະ 11/7. ທີ່​ການ​ທາ​ບທາມ​ດ້ານ​ການ​ເມືອງ​ຄັ້ງ​ນີ້,​ສອງ​ຝ່າຍ​ໄດ້​ເຫັນ​ດີ​ສືບ​ຕໍ່​ເພີ່ມ​ທະວີ​ບັນດາ​ການ​ຢ້ຽມຢາມ, ພົບ​ປະ​ຂັ້ນ​ສູງ ​ແລະ ທຸກ​ຂັ້ນ, ​ເພີ່ມ​ທະວີ​ການ​ແລ​ກ່ປ່ຽນ​ຄະນະ​ຜູ້​ແທນ​ຢູ່​ຂັ້ນ​ສະພາ​ແຫ່ງ​ຊາດ, ພັກ ​ແລະ ການ​ພົວພັນ​ແລ​ກປ່ຽນ​ປະຊາຊົນ. ສອງ​ຝ່າຍ​ຢືນຢັນ​ຈະ​ຮ່ວມ​ມື​ຢ່າງ​ແຫນ້ນ​​ແຟ້ນ​ເພື່ອ​ກະກຽມ​ໃຫ້​ແກ່​ການ​ຢ້ຽມ​ຢາມ​ຫວຽດນາມ​ຂອງ​ອະດີດ​ນາຍົກລັດຖະມົນຕີ ສິງກະ​ໂປ Goh Chok Tong ຊື່​ງຄາດ​ວ່າ​ດຳ​ເນີນ​ໄປ​ໃນ​ເດືອນ 9 ຈະ​ມາ​ເຖິງ. ສອງ​ຝ່າຍ​ເຫັນ​ດີ​ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ບັນດາ​ຂົງ​ເຂດ​ອື່ນ. ສອງ​ຝ່າຍ​ກໍ​ແລກປ່ຽນ​ບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ​ເຊີດ​ຊູ​ຄວາມ​ສາມັກຄີ ​ແລະ ​ເສີມ​ຂະຫຍາຍ​ບົດບາດ​ໃຈກາງ​ຂອງ ອາ​ຊຽນ​ໃນ​ການ​ຮ່ວມ​ມື​ພາກ​ພື້ນ. ສອງ​ຝ່າຍ​ເຫັນ​ດີ ຈະ​ດຳ​ເນີນ​ການ​ທາ​ບທາມ​ຄຳ​ເຫັນ​ດ້ານ​ການ​ເມືອງ​ຄັ້ງ​ທີ 9 ຢູ່​ຫວຽດນາມ​ໃນ​ປີ 2015.

ຂ່າວ/ບົດ​ອື່ນ