(vovworld) - ພາຍຫຼັງ 2 ປີ ແຫ່ງການເຈລະຈາ, ຕອນເຊົ້າວັນທີ 5/5, ທ່ານລັດຖະມົນຕີວ່າການກະຊວງອຸດສາຫະກຳ - ການຄ້າ ຫວຽດນາມ ຫວູຮູຍຮ່ວາງ ແລະ ທ່ານລັດຖະມົນຕີວ່າການກະຊວງການຄ້າ, ອຸດສາຫະກຳ ແລະ ພະລັງງານ ສເກົາຫຼີ Yoonsang – jick ໄດ້ລົງນາມໃນສັນຍາການຄ້າເສລີຫວຽດນາມ - ສເກົາຫຼີ ຢ່າງເປັນທາງການ. ເລື່ອງລົງນາມໃນສັນຍາການຄ້າເສລີ (FTA) ຫວຽດນາມ - ສເກົາຫຼີ ຈະຊ່ວຍປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຈັດແບ່ງ ແລະ ນຳໃຊ້ແຫຼ່ງກຳລັງສັງຄົມຢ່າງມີປະສິດທິຜົນກວ່າອີກ, ຈາກນັ້ນຊຸກຍູ້ວິວັດການສ້າງໂຄງປະກອບພື້ນຖານເສດຖະກິດຕາມທິດຍົກສູງມູນຄ່າເພີ່ມ, ຮັບໃຊ້ຈຸດໝາຍພັດທະນາຢ່າງໝັ້ນຄົງ.
ຄາດວ່າສັນຍາ FTA ຫວຽດນາມ - ສເກົາຫຼີ ຈະນຳມາເຊິ່ງຜົນປະໂຫຍດທາງດ້ານສັງຄົມຢ່າງຕັ້ງໜ້າ, ຍ້ອນສ້າງວຽກເຮັດງານທຳຫຼາຍຢ່າງໃຫ້ຜູ້ອອກແຮງງານຫວຽດນາມ, ຍົກສູງລາຍຮັບ, ປະກອບສ່ວນລົບລ້າງຄວາມອຶດຫີວ, ຫຼຸດຜ່ອນຄວາມທຸກຍາກຢູ່ເຂດຊົນນະບົດ. ທ່ານລັດຖະມົນຕີວ່າການກະຊວງອຸດສາຫະກຳ - ການຄ້າຫວຽດນາມ ຫວູຮູຍຮ່ວາງ, ໃຫ້ຮູ້ວ່າ:
“ຄຽງຂ້າງເລື່ອງລົງນາມໃນສັນຍາ FTA, ສອງຝ່າຍກໍ່ໄດ້ປຶກສາຫາລືມາດຕະການຊຸກຍູ້ການພົວພັນຮ່ວມມືດ້ານການຄ້າ, ເສດຖະກິດ, ການລົງທຶນອີກ. ພິເສດ, ສເກົາຫຼີ ໄດ້ໃຫ້ຄຳໝັ້ນສັນຍາຊ່ວຍຫວຽດນາມ ພັດທະນາຂະແໜງອຸດສາຫະກຳສຳຮອງ. ອາດເວົ້າໄດ້ວ່າ, ບັນດາເປົ້າໝາຍຂອງຫວຽດນາມ ທີ່ໄດ້ຊົມໃຊ້ຜົນປະໂຫຍດຈາກສັນຍານີ້, ກ່ອນອື່ນໝົດແມ່ນຂົງເຂດອຸດສາຫະກຳ, ຊາວກະສີກອນ, ຊົນນະບົດ, ຂົງເຂດອຸດສາຫະກຳຜະລິດປຸງແຕ່ງ, ຂົງເຂດອຸດສາຫະກຳທີ່ນຳໃຊ້ຜູ້ອອກແຮງງານຫຼາຍຄື: ຕຳແຜ່ນ, ຕັດຫຍິບ ແລະ ເກີບໜັງ“.
ແລະ ກໍ່ໃນຕອນເຊົ້າວັນທີ 5/5, ເມື່ອໃຫ້ການຕ້ອນຮັບທ່ານລັດຖະມົນຕີວ່າການກະຊວງການຄ້າ, ອຸດສາຫະກຳ ແລະ ພະລັງງານ ສເກົາຫຼີ Yoonsang – jick. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕິ໋ນຢຸງ ໄດ້ເນັ້ນໜັກວ່າ, ສັນຍາການຄ້າເສລີຫວຽດນາມ - ສເກົາຫຼີ ໄດ້ຮັບການລົງນາມຈະແມ່ນກຳລັງໜູນໃໝ່, ຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດໃນຫຼາຍຂົງເຂດ, ພິເສດແມ່ນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ… ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ຢືນຢັນວ່າ, ລັດຖະບານຫວຽດນາມ ຖືເປັນສຳຄັນພິເສດ ແລະ ປາຖະໜາຈະພ້ອມກັບຝ່າຍ ສເກົາຫຼີ ມານະພະຍາຍາມເຮັດໃຫ້ການພົວພັນລະຫວ່າງສອງປະເທດນັບມື້ນັບເລິກເຊິ່ງ, ກວ້າງຂວາງ, ແທດຈິງ, ມີປະສິດທິຜົນ ເພື່ອຜົນປະໂຫຍດ ແລະ ການພັດທະນາລວມຂອງທັງສອງປະເທດ.