ຫວຽດນາມແລະອັກຊັງຕີນເປີດກ້ວາງການພົວພັນຮ່ວມມື
ທ່ານ ຮວິ່ນງ້ອກເຊີນ ຕ້ອນຮັບ ທ່ານ Remo Carlotto
(ພາບ: PhuongHoa/TTXVN )
(vovworld) - ຕອນເຊົ້າວັນທີ 1/9, ຢູ່ສຳນັງານສະພາແຫ່ງຊາດ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຮວິ່ນງ້ອກເຊີນ ໄດ້ໃຫ້ການຕ້ອນຮັບຄະນະພັນທະມິດກຳອຳນາດຝ່າຍຊ້າຍແນວໂຮມເພື່ອໄຊຊະນະ ອັກຊັງຕີນ ໂດຍຫົວໜ້າຄະນະກຳມາທິການສິດທິມະນຸດສະພາຕ່ຳສະຫະພັນ Remo Carlotto ເປັນຫົວໜ້າຄະນະ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຮວິ່ນງ້ອກເຊີນ ຖືວ່າ: 2 ຝ່າຍຕ້ອງເພີ່ມທະວີເປີດກ້ວາງການພົວພັນຮ່ວມມືຫລາຍດ້ານ, ເຮັດໃຫ້ການພົວພັນເສດຖະກິດ, ການຄ້າສົມກັບການພົວພັນມິດຕະພາບລະຫວ່າງ ຫວຽດນາມ ແລະ ອັກຊັງຕີນ. ເມື່ອເນັ້ນໜັກເຖິງການພົວພັນລະຫວ່າງ 2 ສະພາແຫ່ງຊາດ ຫວຽດນາມ - ອັກຊັງຕີນ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຮວິ່ນງ້ອກເຊີນ ປາດຖະໜາວ່າ: 2 ຝ່າຍສືບຕໍ່ເພີ່ມທະວີແລກປ່ຽນຄະນະຜູ້ແທນທຸກຂັ້ນ ແລະ ແລກປ່ຽນບົດຮຽນໃນທຸກຂົງເຂດເຄື່ອນໄຫວຂອງສະພາແຫ່ງຊາດຄື: ນິຕິບັນຍັດ, ຕິດຕາມກວດກາ, ຕັດສິນບັນດາບັນຫາສຳຄັນຂອງປະເທດຊາດ; ສົມທົບ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ຢູ່ບັນດາເວທີປາໄສລັດຖະສະພາລະຫວ່າງຊາດຂອງພາກພື້ນ ແລະ ສາກົນ. ຫົວໜ້າຄະນະກຳມາທິການສິດທິມະນຸດສະພາຕ່ຳສະຫະພັນ Remo Carlotto ຢືນຢັນວ່າ, ອັກຊັງຕິນ ຍາມໃດກໍ່ປາຖະໜາຮັດແໜ້ນສາຍພົວພັນລະຫວ່າງອັກຊັງຕີນ ແລະ ຫວຽດນາມ, ຍູ້ແຮງການຮ່ວມມືໃນທຸກຂົງເຂດ, ສົມກັບການພົວພັນອັນດີງາມທີ່ມີຢູ່ແລ້ວລະຫວ່າງສອງປະເທດ.