ຫວຽດນາມແລະອົດສະຕາລີຍູ້ແຮງການຮ່ວມມືດ້ານເສດຖະກິດ-ການຄ້າ

(VOVWORLD) -ວັນທີ 24 ຕຸລາ, ທີ່ການຕ້ອນຮັບທ່ານ Craig Chittick, ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນ: ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອຊຸກຍູ້ການພົວພັນລະຫວ່າງສອງປະເທດຫວຽດນາມ ແລະ ອົດສະຕາລີ ໃຫ້ຂຶ້ນສູ່ລະດັບສູງໃຫມ່.
ຫວຽດນາມແລະອົດສະຕາລີຍູ້ແຮງການຮ່ວມມືດ້ານເສດຖະກິດ-ການຄ້າ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກຕ້ອນຮັບທ່ານ Craig Chittick, ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳຫວຽດນາມ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະຫນາວ່າ: ຢາກມີການພົບປະກັບທ່ານນາຍົກລັດຖະມົນຕີ ອົດສະຕາລີ ໃນໂອກາດທ່ານເຂົ້າຮ່ວມສັບປະດາຂັ້ນສູງ APEC 2017 ຢູ່ ດາຫນັງ, ພ້ອມທັງຫວັງວ່າ ຜ່ານການເຈລະຈາກັບທ່ານນາຍົກລັດຖະມົນຕີ ອົດສະຕາລີ  Malcomm Turnbull ສອງຝ່າຍຈະເປັນເອກະພາບກັນຫລາຍເນື້ອໃນຮ່ວມມື ປະກອບສ່ວນຍົກການພົວພັນລະຫວ່າງຫວຽດນາມ ແລະ ອົດສະຕາລີ ໃຫ້ຂຶ້ນສູ່ລະດັບສູງໃຫມ່. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ: ສອງຝ່າຍຄວນຍູ້ແຮງການຮ່ວມມືທາງດ້ານເສດຖະກິດ, ການຄ້າລະຫວ່າງສອງປະເທດກວ່າອີກ. ສ່ວນທ່ານ Craig Chittick ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳຫວຽດນາມ ໃຫ້ຮູ້ວ່າ: ອົດສະຕາລີ ຍາມໃດກໍ່ພ້ອມແລ້ວຊຸກຍູ້ການຮ່ວມມືຫລາຍຝ່າຍກ່ຽວກັບດ້ານເສດຖະກິດ, ຊຸກຍູ້ສະພາບແວດລ້ອມເສລີ, ເປີດປະຕູ. ຕາມທ່ານ Craig Chittick ແລ້ວ, ມີວິສາຫະກິດ 15 ແຫ່ງທີ່ດຳເນີນທຸລະກິດປະສົບຜົນສຳເລັດ ແລະ ໃຫຍ່ສຸດ ຢູ່ ອົດສະຕາລີ ຈະເຂົ້າຮ່ວມກອງປະຊຸມສຸດຍອດບັນດາຜູ້ອຳນວຍການໃຫຍ່ວິສາຫະກິດ APEC (APEC CEO Summit) ດຳເນີນຢູ່ ນະຄອນ ດາຫນັງ. ທ່ານ Craig Chittick  ຢືນຢັນວ່າ: ທ່ານເອງ ຈະມາພະຍາຍາມຊຸກຍູ້ການຮ່ວມມືດ້ານການຄ້າ, ການລົງທຶນລະຫວ່າງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ