ຫວຽດນາມແລະອົດສະຕາລີເຈລະຈາກ່ຽວກັບການທູດແລະການປ້ອງກັນຊາດ

ຫວຽດນາມແລະອົດສະຕາລີເຈລະຈາກ່ຽວກັບການທູດແລະການປ້ອງກັນຊາດ - ảnh 1
 ​ການ​ເຈ​ລະ​ຈາ​ຍຸດ​ທະ​ສາດ​ຂັ້ນ​ຮອ​ງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ການ​ປ້ອງ​ກັນ​ຊາດ ຄັ້ງ​ທີ 4 ລະ​ຫວ່າງຫວຽດ​ນາມ ແລະ ອົດ​ສະ​ຕາ​ລີ
 
​ພາບ:vtv

(vovworld)- ວັນ​ທີ 21/11, ຫວຽດ​ນາມ ແລະ ອົດ​ສະ​ຕາ​ລີ ໄດ້​ຈັດ​ຕັ້ງ​ການ​ເຈ​ລະ​ຈາ​ຍຸດ​ທະ​ສາດ​ຂັ້ນ​ຮອ​ງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ການ​ປ້ອງ​ກັນ​ຊາດ ຄັ້ງ​ທີ 4 ຢູ່ ຮ່າ​ໂນ້ຍ. ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ໂດຍ​ພົນ​ໂທ ຫງວຽນ​ຈີວີ້ງ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ ແລະ ທ່ານ ດັ້ງ​ດີງ​ກູຍ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ເປັນ​ຫົວ​ຫນ້າ​ຄະ​ນະ. ຄະ​ນະ​ຜູ້​ແທນ ອົດ​ສະ​ຕາ​ລີ ໂດຍ​ທ່ານ Rebecca Skinner, ຮອງ​ລັດ​ຖະ​ມົນ​ຕີ ກະ​ຊວງ​ປ້ອງ​ກັນ​ປະ​ເທດອົດ​ສະ​ຕາ​ລີ ແລະ ທ່ານ Gary Quinlan, ຮອງ​ລັດ​ຖະ​ມົນ​ຕ​ີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ເປັນ​ຫົວ​ຫນ້າ​ຄະ​ນະ. ທີ່​ການ​ເຈ​ລະ​ຈາ, ສອງ​ຝ່າຍ​ໄດ້​ຢືນ​ຢັນ​ຢ່າງ​ແຮງ​ເຖິງ​ການ​ປະ​ສານ​ສົມ​ທົບ ແລະ ກາ​ນ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ:ການ​ເມືອງ, ເສດ​ຖະ​ກິດ ການ​ຄ້າ ການ​ລົງ​ທຶນ, ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ ປ້ອງ​ກັນ​ຊາດ, ການ​ສຶກ​ສາ​ບຳ​ລ​ຸງ​ສ້າງ, ການ​ຫນູນ​ຊ່ວຍ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ການ​ພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ, ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ການ​ປ້ອງ​ກັນ​ຊາດ​ຂອງ​ສອງ​ປະ​ເທດ. ອົດ​ສະ​ຕາ​ລີ ຢືນ​ຢັນ ສະ​ຫນັບ​ສະ​ຫນູນ ແລະ ຈະ​ຕັ້ງ​ຫນ້າ​ຫນູນ​ຊ່ວຍ​ຫວຽດ​ນາມ ໃນ​ບົດ​ບາດ​ເປັນ​ປະ​ເທດ​ເຈົ້າ​ພາບ​ປີ APEC 2017. ສອງ​ຝ່າຍ​ເຫັນ​ດີ​ປັ​ບ​ປຸງ ແລະ ຍູ້​ແຮງ​ການ​ຮ່ວມ​ມື​ທີ່​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ພາກ​ພື້ນ​. ສອງ​ຝ່າຍ​​ເຊີດ​ຊູ​ຄວາມ​ສຳ​ຄັນ​ຂອງ​ການ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຮັບ​ປະ​ກັນ​ຄວາ​ມ​ປອດ​ໄພ, ຄວ​າມ​ເສ​ລີ​ໃນ​ການ​ເດີນ​ເຮືອ, ການ​ບິນ ຢູ່​ພາກ​ພື້ນ. ສອງ​ຝ່າຍ​ເຫັນ​ດີ​ຈະ​ຈັດ​ຕັ້ງ​ການ​ເຈ​ລ​ະ​ຈາ​ຍຸດ​ທະ​ສາດ​ຂັ້ນ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ການ​ປ້ອງ​ກັນ​ຊາດ ຫວຽດ​ນາມ - ອົດ​ສະ​ຕາ​ລີ ຄັ້ງ​ທີ 5 ໃນ​ປີ 2017 ຢູ່ ອົດ​ສະ​ຕາ​ລີ. 


ຕອບກັບ

ຂ່າວ/ບົດ​ອື່ນ