ຫວຽດນາມແລະອາເມລິກາເຈລະຈານະໂຍບາຍປ້ອງກັນຊາດຄັ້ງທີ 7

ຫວຽດນາມແລະອາເມລິກາເຈລະຈານະໂຍບາຍປ້ອງກັນຊາດຄັ້ງທີ 7 - ảnh 1
ທ່ານ ໂງ​ຊວນ​ລີກ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ ແລະ ​ທ່ານ​ນາງ Abercrombie, ຮອງ​ຜູ້​ຊ່ວຍ​ວຽກ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ

(vovworld)- ຕອນ​ບ່າຍ​ວັນ​ທີ 17/10 ຢູ່ ຮ່​າ​ໂນ​້ຍ, ທ່ານ ໂງ​ຊວນ​ລີກ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ ໄດ້​ຕ້ອນ​ຮັບ​ທ່ານ​ນາງ Abercrombie, ຮອງ​ຜູ້​ຊ່ວຍ​ວຽກ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ ເນື່ອງ​ໃນ​ໂອ​ກາດ​ທ່ານ​ນາງ​ມາ​ເຂົ້າ​ຮ່ວມການ​ເຈ​ລະ​ຈາ​ນະ​ໂຍ​ບາຍ​ປ້ອງ​ກັນ​ຊາດ​ສອງ​ຝ່າຍ ຄັ້ງ​ທີ 7 ຢູ່​ຫວຽດ​ນາ​ມ. ທ່ານ ລັດ​ຖະ​ມົນ​ຕີ​ໂງ​ຊວນ​ລີກ ຢືນ​ຢັນ​ວ່າ: ຫວຽດ​ນາມ ປາດ​ຖະ​ຫນາ​ຢາກ​ຮ່ວມ​ມື​ກັບ ອາ​ເມ​ລິ​ກາ ໃນ​ທຸກ​ຂົງ​ເຂດ, ໃນ​ນັ້ນ ມີ​ການ​ຮ່ວມ​ມື​​ດ້ານປ້ອງ​ກັນ​ຊາດ ເພື່ອ​ຜົນ​ປະ​ໂຫຍດ​ລວມ​ຂອງ​ສອງ​ປະ​ເທດ, ເພື່ອ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ ແລະ ໃນ​ໂລກ. ຊົມ​ເຊີ​ຍ​ໝາກ​ຜົນ​ການ​ເຈ​ລະ​ຈາ​ນະ​ໂຍ​ບາຍ​ປ້ອງ​ກັນ​ຊາດ ຫວຽດ​ນາມ ອາ​ເມ​ລິ​ກາ ຄັ້ງ​ທີ 7, ທ່ານ​ລັດ​ຖະ​ມົນ​ຕີ​ ​ໂງ​ຊວນ​ລີກ ປາດ​ຖະ​ຫນາ​ຢາກ​​ໃຫ້ສອງ​ຝ່າຍ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຕາມ​ຂອບ​ເຂດ​ບົດ​ບັນ​ທຶກ​ຊ່ວຍ​ຈຳ ຊື່ງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສອງ​ປະ​ເທດ ໄດ້​ລົງ​ນາມ​ເມື່ອ​ປີ 2011, ຖະ​ແຫລງ​ການ​ວິ​ໄສ​ທັດ​ລວມ​ກ່ຽວ​ກັບ​ການ​ພົວ​ພັນ​ການ​ປ້ອງ​ກັນ​ຊາດ​ສອງ​ຝ່າຍ​ຊື່ງ​ໄດ້​ລົງ​ນາມ​ໃນ​ປີ 2015, ເໝາະ​ສົມ​ກັບ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ຫວຽດ​ນາມ ແລະ ອາ​ເມ​ລິ​ກາ.

ກ່ອນ​ຫນ້ານັ້ນ, ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັ​ນ​ປະ​ເທດ​ຫວຽດ​ນາມ ຫງວຽນ​ຈີວີ້ງ ແລະ ທ່ານ​ນາງ Cara Abercrombie  ​ໄດ້ເປັນ​ປະ​ທານ​ຮ່ວມ​ການ​ເຈ​ລະ​ຈາ​ນະ​ໂຍ​ບາຍ​ປ້ອງ​ກັນ​ຊາດ​ສອງ​ຝ່າຍ​ຄັ້ງ​ທີ 7. ທີ່​ການ​ເຈ​ລະ​ຈາ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ຫງວຽນ​ຈີວີ້ງ ແລະ ທ່ານ​ນາງ Cara Abercrombie  ໄດ​້​ປຶກ​ສາ​ຫາ​ລື​ຫລາຍ​ມາດ​​ຕະ​ການ​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມືຢ່າງ​ແທດ​ຈິງ, ມີ​ປະ​ສິດ​ທິ​ຜົນ​ໃນ​ບັນ​ດາ​ຂົງ​ເຂດຄື: ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ, ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ປອດ​ໄພ​ບົນ​ທະ​ເລ, ການ​ປະ​ຕິ​ບັດ​ກົດ​ໝາຍ​ກ່ຽວ​ກັບ​ທະ​ເລ, ການ​ຫນູນ​ຊ່ວຍ​ມະ​ນຸດ​ສະ​ທຳ, ກູ້​ໄພ​ກູ້​ຊີບ​ໄພ​ພິ​ບັດ, ການ​ຮ່ວມ​ມື​ເສ​ນາ​ຮັກ, ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ​ຂອງ ສ​ປ​ຊ , ການ​ສຶກ​ສາ​ບຳ​ລຸງ​ສ້າງ. ກ່ຽວ​ກັບ​ສະ​​ງ​ພ​າບ​ການ​ພາກ​ພື້ນ ແລະ ໂລກ, ທ່ານ​ນາງ Cara Abercrombie  ໃຫ້​ຮູ້​ວ່າ: ອາ​ເມ​ລິ​ກາ ຈະ​ບໍ່​ປ່ຽນ​ແປງ​ການ​ປະ​ຕິ​ບັດ​ຍຸດ​ທະ​ສາດ “ສ້າງ​ຄວາມ​ດຸ່ນ​ດ່ຽງ​ຄືນ​ໃຫມ່”. ບັນ​ດາ​ຄຳ​ໝັ້​ນ​ສັນ​ຍາ​ຂອງ ອາ​ເມ​ລິ​ກາສຳ​ລັບ ອາ​ຊີ ປາ​ຊີ​ຟີກ ຍັງ​ຄົງ​ສືບ​ຕໍ່​ໄດ້​ຮັບ​ການ​​ຜັນ​ຂ​ະ​ຫຍາຍ. ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ຫງວຽ​ນ​ຈີ​ວີ້ງ ຢືນ​ຢັນ: ຫວຽດ​ນາມ ສະ​ຫນັບ​ສະ​ຫນູນ ອາ​ເມ​ລິ​ກາ​ກໍ​ຄື​ບັນ​ດາ​ຄູ່​ຮ່ວມ​ມື​ອື່ນ​​ທີ່ແຊກ​ແຊງ​ເຂົ້າ​ພາກ​ພື້ນ ຖ້າ​ຫາກ​ການແຊກ​ແຊງນີ້ ໄດ້​ນຳ​ມາ​ໃຫ້ ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ​ຄວາມວັດ​ທະ​ນາ​ຖາ​ວອນ​ໃຫ້​ແກ່​ພາກ​ພື້ນ. ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ກໍ​ເຫັນ​ດີ​ວ່າ: ບັນ​ດາ​ປະ​ເທດ​ຕ້ອງ​ແກ້​ໄຂ​ບັນ​ດາ​ຄວາມ​ຂັດ​ແຍ້ງ​​ກັນໂດຍ​ສັນ​ຕິ​ວິ​ທີ, ປະ​ຕິ​ບັດ​ກົດ​ໝາຍ​ສາ​ກົນ​ຢ່າງ​ເຂັ້ມ​ງວດ, ໃນ​ນັ້ນ ມີ​ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982.


ຂ່າວ/ບົດ​ອື່ນ