ຫວຽດນາມໄດ້ປະກອບສ່ວນຕັ້ງໜ້າເຂົ້າໃນຜົນງານລວມຂອງກອງປະຊຸມ ITU 19

ຫວຽດນາມໄດ້ປະກອບສ່ວນຕັ້ງໜ້າເຂົ້າໃນຜົນງານລວມຂອງກອງປະຊຸມ ITU 19 - ảnh 1
ກອງ​ປະຊຸມ ITU 19
(ພາບ: vietnamplus.vn)

(vovworld) – ກອງ​ປະຊຸມ​ບັນດາ​ປະ​ເທດ​ສະມາຊິກອົງການ​ໂທລະ​ຄົມ​​ໂລກ (ITU), ​ໄດ້ສິນ​ສຸດ​ລົງ​ໃນ​ຕອນ​ຄໍ່າ​ວັນ​ທີ 07/11, ພາຍຫຼັງ​​ເຮັດ​ວຽກ​ມາເປັນ​ເວລາ 3 ອາ​ທິດ, ​ຢູ່​ນະຄອນ Busan, ທາງ​ພາກ​ໃຕ້​ສ.​ເກົາຫຼີ, ດ້ວຍ​​ເລື່ອງ​ຮັບຮ​ອງ​ເອົາ​​ມະຕິຈຳນວນ​ໜຶ່ງ, ​ໃນ​ນັ້ນ​ໄດ້​ຍົກ​ອອກບັນດາ​ທິດ​ກຳນົດ​ນະ​ໂຍບາຍ​ທີ່​ມີ​ລັກສະນະ​ຍຸດ​ທະ​ສາດ ​ເພື່ອ​ແນ​ໃສ່​ພັດທະນາ​ເຕັກ​ໂນ​ໂລຊີ​ຂໍ້​ມູນ​ຂ່າວສານ ​ແລະ ​ໂທ​ລະ​ຄົມ​ສາກົນ​ໃນ​ໄລຍະ 4 ປີ​ຈະ​ມາ​ເຖິງ (2015 - 2019). ພ້ອມ​ກັບ​ບັນດາ​ປະ​ເທດ​ສະມາຊິກ​ອື່ນ, ຄະນະ​ຜູ້​ແທນ​ຫວຽດນາມ ​ໄດ້​ມີ​ການ​ປະກອບ​ສ່ວນ​ຢ່າງ​ຕັ້ງໜ້າ ​ແລະ ມີ​ປະສິດທິ​ຜົນ​ໃນ​ວິວັດ​ການ​ກະກຽ​ມ ກໍ່​ຄື​ຍົກ​ອອກ​ບັນດາ​ຂໍ້​ສະ​ເໜີ​ໃໝ່​ທີ່​ກອງ​ປະຊຸມ​ຄັ້ງ​ນີ້. ທ່ານ​ລັດຖະມົນຕີ​ຊ່ວຍວ່າການກະຊວງ​ຖະ​ແຫຼ່ງຂ່າວ ​ແລະ ​ສື່ສານ ​ເລ​ນາມ​ທັ່ງ, ຫົວໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ທີ່​ກອງ​ປະຊຸມ​ຄັ້ງ​ນີ້​ໃຫ້​ຮູ້​ວ່າ “ດ້ວຍ​ຖານະ​ເປັນ​ຜູ້ຕາງໜ້າ​ອົງການ​ໂທລະ​ຄົມມະນາຄົມອາຊີ - ​ປາຊີ​ຝິກ, ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ຄະນະ​ຜູ້​ແທນ​ຫວຽດນາມ ​ໄດ້​ສະ​ເໜີ ​ແລະ ປ້ອງ​ກັນ​ຂໍ້​ສະ​ເໜີລວມ 5 ຂໍ້​ຂອງ​ພ​າກພື້ນ. ​ໃນ​ນັ້ນ, ຄະນະ​ຜູ້​ແທນ​ຫວຽດນາມ ​ໄດ້​ຍົກ​ອອກ 2 ຂໍ້​ສະ​ເໜີ​ລະອຽດ​ສຳລັບ​ການ​ພັດທະນາ​ຂອງ​ອົງການ ITU​. ບັນດາ​ຂໍ້​ສະ​ເໜີດັ່ງກ່າວ​ໄດ້​ຮັບ​ຄວາມ​ເຫັນ​ດີ​ຈາກ​ສະມາຊິກ​ ຂອງ ITU ​ແລະ ກາຍ​ເປັນ​ມະຕິລວມຂອງ​ກອງ​ປະຊຸມ”.

ຂ່າວ/ບົດ​ອື່ນ