(ພາບປະກອບ)
(vovworld) – ວັນທີ 07/04 ໜັງສືພິມ Yomiuri ຂອງ ຍີ່ປຸ່ນ ໃຫ້ຂ່າວວ່າ ຫວຽດນາມ ຈະແມ່ນໜຶ່ງໃນ 7 ປະເທດພາກພື້ນ ອາຊີ - ປາຊີຟິກ ເຂົ້າຮ່ວມກອງປະຊຸມກຸ່ມບັນດາປະເທດພັດທະນາ (G7) ເຊິ່ງຄາດຄະເນວ່າ ຈະດຳເນີນໃນລະຫວ່າງວັນທີ 26 – 27/05 ຢູ່ແຂວງ Mie ຂອງ ຍີ່ປຸ່ນ. ຕາມປົກກະຕິແລ້ວ ປະເທດທີ່ເປັນປະທານກອງປະຊຸມ G7 ນອກຈາກເລື່ອງເຊີນ 7 ປະເທດທີ່ຂຶ້ນກັບກຸ່ມແລ້ວ ຍັງມີເຊີນບັນດາອົງການສາກົນ ເຂົ້າຮ່ວມກອງປະຊຸມເປີດກ້ວາງ. ຕາມນັ້ນແລ້ວ, ນອກຈາກ ຫວຽດນາມ ຈະມີ ລາວ, ອິນໂດເນເຊຍ, ບັງກະລາເທດ, ສີລັງກາ, ປາປົວນິວກີເນ. ສາທາລະນະລັກ Tchad ແມ່ນປະເທດອາຟຣິກາໜຶ່ງດຽວໄດ້ຮັບເຊີນເຂົ້າຮ່ວມກອງປະຊຸມເປີດກ້ວາງດັ່ງກ່າວ. ນີ້ບໍ່ແມ່ນຄັ້ງທຳອິດທີ່ກອງປະຊຸມ G7 ເຊີນບັນດາປະເທດ ບໍ່ຂຶ້ນກັບກຸ່ມບັນດາປະເທດພັດທະນາເຂົ້າຮ່ວມກອງປະຊຸມ. ປະເທດເຈົ້າພາບ ມີສິດຕັດສິນເຊີນບັນດາປະເທດ ທີ່ຕົນຢາກເຊີນເຂົ້າຮ່ວມ.