ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງອວຍພອນຄະນະກຳມະການສາມັກຄີສາສະໜາຄຼິດຫວຽດນາມ

ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງອວຍພອນຄະນະກຳມະການສາມັກຄີສາສະໜາຄຼິດຫວຽດນາມ - ảnh 1
ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງອວຍພອນຄະນະກຳມະການສາມັກຄີສາສະໜາຄຼິດຫວຽດນາມ

(vovworld) – ເນື່ອງ​ໃນ​ໂອ​ກາດວັນ​ບຸນ​ຄິດ​ສ​ມາດ 2016, ຕອນ​ບ່າຍ​ວັນ​ທີ 13/12, ທ່ານ​ນາງ ເຈືອ​ງ​ທິ​ມາຍ, ຫົວ​ໜ້າ​ຄະ​ນະ​​ຂົນ​ຂວາຍປະ​ຊາ​ຊົນ​ສູນ​ກາງ ໄດ້​ໄປ​ຢ້ຽມ​ຢາມ ແລ​ະ ອວຍ​ພອນ​ຄະ​ນະ​ກຳ​ມະ​ການ​ສາ​ມັກ​ຄີ​ສາ​ສະ​ໜາ​ຄຼິດ ແລະ ຄຸນ​ພໍ່ ເຈືອງ​ຊວນ​ແມ້ງ, ຮອງ​ປະ​ທານ​ທັງ​ເປັນ​ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ກຳ​ມະ​ການ​ສາ​ມັກ​ຄີ​ສາ​ສະ​ໜາ​ຄຼິດ ຫວຽດ​ນາມ. ທ່ານ​ນາງ ເຈືອງ​ທິ​ມາຍ ຢັ້ງ​ຢືນ​ວ່າ: ຄະ​ນະ​ກຳ​ມະ​ການ​ສາ​ມັກ​ຄີ​ສາ​ສະ​ໜາ​ຄຼິດຫວຽດ​ນາມ ຍາມ​ໃດ​ກ​ໍ່​ສະ​ແດງ​ບົດ​ບາດ​​ເປັນແກ່ນ​ສານ​ໃນ​ທຸກໆ​ຂະ​ບວນ​ການ​ຮັກ​ຊາ​ດ​ຂອງ ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຄຼິດ ແລະ ບັນ​ລຸ​ໄດ້​ຜົນ​ງານ​ອັນ​ດີ​ງາມຫຼາຍ​ຢ່າງ. ຄະ​ນະ​ກຳ​ມະ​ການ​ສາ​ມັກ​ຄີ​ສາ​ສະ​ໜາ​ຄຼິດ ຫວຽດ​ນາມ ໄດ້​ຕັ້ງ​ໜ້າ​ໂຄ​ສະ​ນາ​ຢ່າງ​ເລ​ິກ​ເຊິ່ງ ແລະ ກ້​ວາງ​ຂ​ວາງ​ກັບ​ຄະ​ນະ​ສາ​ມັກ​ຄີ​ສາ​ສະ​ໜາ​ຄຼິດ ບັນ​ດາ​ແຂວງ, ນະ​ຄອນ, ຂົນ​ຂວາຍ​ພໍ່​ແມ່​ປະ​ຊາ​ຊົນ​ຊ​າວ​ຄຼິດ​ປະ​ຕິ​ບັດ​ແຜນ​ນະ​ໂຍ​ບາຍ​ຂອງ​ພັກ, ນະ​ໂຍ​ບາຍ​ກົດ​ໝາຍ​ຂອງ​ລັດ, ຕັ້ງ​ໜ​້າ​ເຂົ້າ​ຮ່ວມ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ. ທ່ານ​ນາງ ເຈືອງ​ທິ​ມາຍ ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ​ໃນໄລ​ຍະ​ຈະ​ມາ​ເຖິງ, ຄະ​ນະ​​ຂົນ​ຂວາຍປະ​ຊາ​ຊົນ​ສູນ​ກາງຫວຽດ​ນາມ, ​ຄະ​ນະ​ສາ​ມັກ​ຄີ​ສາ​ສະ​ໜາ​ຄຼິດບັນ​ດາ​ແຂວງ, ນະ​ຄອນ ສືບ​ຕໍ່​ຜັນ​ຂະ​ຫຍາຍ​ຜົນ​ງານ​ທີ່​ບັນ​ລຸ​ໄດ້, ປ່ຽນ​ໃໝ່​ເນື້ອ​ໃນ, ວິ​ທີ​ການ​ເຄື່ອນ​ໄຫວຢ່າງບໍ່​ຢຸດຢັ້ນ, ປະ​ຕິ​ບັດ​ບົດ​ບາດ​ເປັນ​ຂ​ົວ​ຕໍ່​ລະ​ຫວ່າງ​​ສາ​ສະ​ໜາ ແລະ ຊີ​ວິດ​ເປັນ​ຢ່າງ​ດີ, ລະ​ດົມກຳ​ລັງ​ໃຈ​ແກ່​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຄຼິດ ຫວຽດ​ນາມ  ສືບ​ຕໍ່​ປະ​ຕິ​ບັດ​ນື້ອ​ໃນ​ຈິດ​ໃຈ “​ຢູ່​ໃນ​ສິນ, ກິນ​ໃນ​ທຳ, ຮັບ​ໃຊ້​ປະ​ຊາ​ຊົນ”. ເນື່ອງ​ໃນ​ໂອ​ກາດນີ້, ທ່ານ​ນາງ ເຈືອງ​ທິມ​າຍ ອວ​ຍ​ພອນ​ໃຫ້ບັນ​ດາ​ຄ​ຸນ​ພໍ່, ​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຄຼິດ​ຕ້ອນ​ຮັບ​ວັນ​ບຸນ ຄ​ຼິດ​ສ​ມາດ ຢ່າງສະ​ຫງົບ​ສ​ຸກ ແລະ ເຕັມ​ໄປ​ດ້ວຍ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ.


ຂ່າວ/ບົດ​ອື່ນ