ຫົວໜ້າສະຖາບັນໄອຍະການປະຊາຊົນສູງສຸດຫງວຽນຮ່ວາບິ່ງຢ້ຽມຢາມມົງໂກນ

ຫົວໜ້າສະຖາບັນໄອຍະການປະຊາຊົນສູງສຸດຫງວຽນຮ່ວາບິ່ງຢ້ຽມຢາມມົງໂກນ - ảnh 1
ທ່ານຫງວຽນຮ່ວາ​ບິ່ງ, ຫົວ​ໜ້າ​ສະ​ຖາ​ບັນ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ
(ພາບປະກອບ)


​​(vovworld) - ​ໂດຍ​​ຮັບ​ຕຳ​ເຊີນ​ຂອງສະ​ຖາ​ບັນ​ໄອ​ຍະ​ການສູງ​ສຸດ ມົງ​ໂກນ, ຄະນະ​ຜູ້​ແທນຂັ້ນ​ສູງ​ສະ​ຖາ​ບັນ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດຫວຽດນາມ ​ໂດຍ​ທ່ານ ​ຫງວຽນຮ່ວາ​ບິ່ງ, ຫົວໜ້າ​ສະ​ຖາ​ບັນ​ໄຍະ​ການ​ປະຊາຊົນ​ສູງ​ສຸດ ​ໄດ້​ນຳ​ໜ້າ ​ໄປ​ຢ້ຽມຢາມ ມົງ​ໂກນ ​ໃນ​ລະຫວ່າງ​ວັນ​ທີ 10 – 13/07.

      ​ໃນ​ໄລຍະ​ຢູ່​ຢ້ຽມຢາມ, ທ່ານ ​ຫງວຽນ​ຮ່ວາ​ບິ່ງ ​ໄດ້​ມີ​ການ​ເຈລະຈາ​ກັບ​ຫົວ​ນ້າ​ສະ​ຖາ​ບັນ​​ໄອ​ຍະ​ການ​ສູນ​ສຸດ​ມົງ​ໂກນ M.Enkh Amgalan, ​ເຂົ້າ​ຮ່ວມ​ພິທີ​ໄຂ​ງານ​ບຸນ​ຊົນ​ເຜົົ່າ Naadam ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ​ວັດ​ຊາດ​ຄັ້ງ​ທີ 94 ຂອງ​ມົງ​ໂກນ (11/07/1921 – 11/07/2015), ຢ້ຽມຢາມ​ບາງ​ຮາກ​ຖານ​ເສດຖະກິດ, ວັດທະນະທຳ​ຂອງ​ມົງ​ໂກນ.

      ທີ່​ການ​ເຈລະຈາ, ທ່ານ ​ຫງວຽນ​ຮ່ວາ​ບ່ິງ ​ໄດ້​ສະ​ແດງ​ຄວາມ​ປາດ​ຖະໜາ​ວ່າ, ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສະ​ຖາ​ບັນ​ໄ​ອຍະ​ການ 2 ປະ​ເທດ ນັບ​ມື້​ນັບ​ເລິກ​ເຊິ່ງ, ກ້ວາງ​ຂວາງ, ປະກອບສ່ວນ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ປະຊາຊົນ 2 ປະ​ເທດ​ຫວຽດນາມ - ມົງ​ໂກນ ​ໃນ​ໄລຍະ​ຈະ​ມາ​ເຖິງ.

      2 ຝ່າຍ​ເຫັນ​ດີນຳ​ກັນ​ຖື​ວ່າ, ​ຕໍ​່ຈາກການ​ຢ້ຽມຢາມ​ຂອງ​ທ່ານ​ຫົວໜ້າ​ສະ​ຖາ​ບັນ​​ໄອ​ຍະ​ການ​ມົງ​ໂກນ ​ເມື່ອ​ເດືອນ 04/2014, ການ​ຢ້ຽມຢາມ​ຄັ້ງ​ນີ້​ຂອງ​ທ່ານ ຫງວຽນ​ຮ່ວາ​ບິ່ງ ​ໄດ້​ສ້າງ​ກອບ​ກົດໝາຍ​ສຳຄັນ, ນຳ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ສະ​ຖາ​ບັນ​ໄອ​ຍະ​ການ​ສູງ​ສຸດ​ຂອງ 2 ປະ​ເທດ​ໃຫ້​ນັບ​ມື້ນັບ​ມີ​ປະສິດທິ​ຜົນ, ປະກອບສ່ວນ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງປະຊາຊົນ 2 ປະ​ເທດ.

ຂ່າວ/ບົດ​ອື່ນ