ຫ້ອງວ່າການສະພາແຫ່ງຊາດ ປະຕິບັດວຽກງານພັກເປັນຢ່າງດີ

ຫ້ອງວ່າການສະພາແຫ່ງຊາດ ປະຕິບັດວຽກງານພັກເປັນຢ່າງດີ - ảnh 1
ທ່ານ​ນາງ ຕ່ອງທິຟອງ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ ​
ພາບ:internet

(vovworld)-  ຕອນ​ເຊົ້າ​ວັນ​ທີ 18/1 ຢູ່ ຮ່າ​ໂນ້ຍ, ອົງຄະ​ນະ​ພັກ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສະຫລຸບ​ວຽກ​ງານ​ພັກ​ປີ 2012, ຜັນ​ຂະຫຍາຍ​ຫນ້າ​ທີ່​ປີ 2013. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ນາງ ຕ່ອງທິຟອງ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ໄດ້​ສະ​ເຫ​ນີວ່າ ​ໃນ​ປີ 2013, ອົງຄະ​ນະ​ພັກ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ຄວນ​ສຸມ​ໃສ່​ຊີ້​ນຳນຳພາ​ຢ່າງ​ຂ້ຽວຂາດ​ກວ່າ​ໃນ​ການ​ປະຕິບັດ​ບັນດາ​ຫນ້າ​ທີ່​ການ​ເມືອງ, ​ໃນ​ນັ້ນ​ເປັນ​ຫນ້າ​​ເອົາ​ໃຈ​ໃສ່​ແມ່ນ​ສືບ​ຕໍ່​ປະຕິບັດ​ມະຕິ​ສູນ​ກາງ​ຄັ້ງ​ທີ 4 ຊຸດ​ທີ 11 ຢ່າງ​ມີ​ປະສິດທິ​ຜົນ. ທ່າ​ນນາງ​ຕອ່ງທິຟອງ ກ່າວ​ວ່າ:

        “ ສືບ​ຕໍ່​ປະຕິບັດ​ມະຕິ​ສູນ​ກາງ​ຄັ້ງ​ທີ 4 ​ແຕ່​ຈຸດ​ສຸມ​ແມ່ນ​ປັບປຸງ, ​ແກ້​ໄຂ​ຄວາມ​ຜິດ​ຜ່ານ​ການ​ຕຳ​ນິຕິ​ຊົມ​ເອງ ​ແລະ ຕຳ​ນິຕິ​ຊົມ​ເພື່ອນ​ສະຫາຍ​ຂອງ​ໝູ່​ຄະນະ ​ແລະ ສ່ວນ​ບຸກຄົນ. ປະຕິບັດ ບັນດາ​ໝວດ​ມາດ​ຕະການ​ກ່ຽວ​ກັບ​ການຈັດ​ຕັ້ງ, ພະນັກງານ ​ແລະ ການ​ດຳ​ເນີນ​ຊີວິດ​ການ​ເມືອງ, ຖື​ວຽກ​ງານ​ຄຸ້ມ​ຄອງ​ພະນັກງານ ​ແລະ ຄຸນ​ນະພາ​ບການ​ດຳ​ເນີນ​ຊີວິດ​ຂອງ​ອົງຄະ​ນະ​ພັກ​ເປັນ​ສຳຄັນ.”
ຂ່າວ/ບົດ​ອື່ນ