ຫ້ອງວ່າການສະພາແຫ່ງຊາດໄດ້ຕິດພັນການເຄື່ອນໄຫວຂອງສະພາແຫ່ງຊາດກັບຜູ້ມີສິດເລືອກຕັ້ງ

(VOVWORLD) - ຕອນເຊົ້າວັນທີ 05 ມັງກອນ, ຢູ່ຫໍສະພາແຫ່ງຊາດ, ຫ້ອງວ່າການສະພາແຫ່ງຊາດໄດ້ຈັດກອງປະຊຸມສະຫຼຸບວຽກງານປີ 2017 ແລະ ຜັນຂະຫຍາຍວຽກງານປີ 2018.

ຫ້ອງວ່າການສະພາແຫ່ງຊາດໄດ້ຕິດພັນການເຄື່ອນໄຫວຂອງສະພາແຫ່ງຊາດກັບຜູ້ມີສິດເລືອກຕັ້ງ - ảnh 1 ຫ້ອງວ່າການສະພາແຫ້ງຊາດໄດ້ຕິດພັນການເຄື່ອນໄຫວຂອງສະພາແຫ່ງຊາດກັບຜູ້ມີສິດເລືອກຕັ້ງ

(ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຖືວ່າ, ປີ 2017, ພະນັກງານ, ພາລະກອນຫ້ອງວ່າການສະພາແຫ່ງຊາດ ໄດ້ເປັນເຈົ້າການ, ກຳແໜ້ນບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດ, ບັນດາຂໍ້ກຳນົດຂອງກົດໝາຍ, ມີຄວາມ ໄຫວພິກກັບພຶດຕິກຳຕົວຈິງ ເພື່ອເປັນເສນາທິການຢ່າງທັນການ, ຮັບໃຊ້ການເຄື່ອນໄຫວຂອງສະພາແຫ່ງຊາດຢ່າງມີປະສິດທິຜົນ.

        “ຖັນແຖວພະນັກງານ, ລັດຖະກອນຂອງຫ້ອງວ່າການສະພາແຫ່ງຊາດ ນັບມື້ນັບສະແດງໃຫ້ເຫັນລັກສະນະອາຊີບ, ມີຄວາມສະຫຼາດ, ສຸດຈິດສຸດໃຈ, ມີຫົວຄິດປະດິດສ້າງໃນການປະຕິບັດໜ້າທີ່, ຍົກສູງຄຸນນະພາບວຽກງານເສນາທິການຢ່າງບໍ່ຢຸດຢັ້ງ, ຂໍ້ສະເໜີແນະ, ສະເໜີ, ປະກອບສ່ວນຍົກສູງລັກສະນະປະສິດທິພາບ, ປະສິດທິຜົນຂອງບັນດາມະຕິຂອງສະພາແຫ່ງຊາດ; ພ້ອມທັງ ຕິດພັນການເຄື່ອນໄຫວລະຫວ່າງສະພາແຫ່ງຊາດກັບປະຊາຊົນ ແລະ ຜູ້ມີສິດເລືອກຕັ້ງກວ່າອີກ.”

        ກ່ຽວກັບບັນດາໜ້າທີ່ຈຸດສຸມໃນປີ 2018, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເນັ້ນໜັກວ່າ, ປີ 2018 ແມ່ນປີມີຄວາມໝາຍສຳຄັນທີ່ສຸດ - ເປັນປີບານພັບຜັນຂະຫຍາຍການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ ແລະ ລາຍການຂອງອາຍຸການສະພາແຫ່ງຊາດຊຸດທີ 14. ສະນັ້ນ, ສະພາແຫ່ງຊາດ ແມ່ນອົງການຕາງໜ້າສູງສຸດຂອງປະຊາຊົນ, ອົງການມີສິດອຳນາດສູງສຸດຂອງລັດ ຄວນມານະພະຍາຍາມກວ່າອີກ, ສືບຕໍ່ສູ້ຊົນເພື່ອປະຕິບັດບັນດາໜ້າທີ່, ຄາດໝາຍທີ່ໄດ້ວາງອອກໃນປີ 2018 ຢ່າງມີໄຊ.

ຕອບກັບ

ຂ່າວ/ບົດ​ອື່ນ