ຫາງສຽງຝຣັ່ງຕັ້ງຄວາມຫວັງຕໍ່ການຢ້ຽມຢາມຫວຽດນາມຂອງປະທານາທິບໍດີFrancois Hollande

ຫາງສຽງຝຣັ່ງຕັ້ງຄວາມຫວັງຕໍ່ການຢ້ຽມຢາມຫວຽດນາມຂອງປະທານາທິບໍດີFrancois Hollande - ảnh 1
ທ່ານ​ປະທານາທິບໍດີ ຝຣັ່ງ Francois Hollande 

(vovworld) – ທ່ານ​ປະທານາທິບໍດີ ຝຣັ່ງ Francois Hollande ຈະ​ມີ​ການ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ໃນ​ຊຸມ​ວັນ​ຈະ​ມາ​ເຖິງ. ນີ້​ແມ່ນ​ການ​ຢ້ຽມຢາມ​ທີ່​ໄດ້​ຮັບ​ຄວາມ​ລໍຄອຍ​ແຕ່​ດົນ​ນານ​ແລ້ວ ​ແລະ ​ແມ່ນ​ການ​ຢ້ຽມຢາມ​ທາງ​ການຄັ້ງ​ທຳ​ອິດ​ຂອງ​ປະທານາທິບໍດີ ຝຣັ່ງ ນັບ​ແຕ່​ປີ 2004. ​ເນື່ອງ​ໃນ​ໂອກາດ​ນີ້, ນັກ​ຂ່າວ ຫວຽດນາມ ປະຈຳ ຝຣັ່ງ ​ໄດ້​ພົບ​ປະ ​ແລະ ສຳພາດ​ຊາວ​ຝຣັ່ງ ​ແລະ ຊາວ ຫວຽດນາມ ຢູ່ ຝຣັ່ງ ກ່ຽວ​ກັບ​ແງ່​ຫວັງ​ການ​ເພີ່​ມທະວີ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື ຫວຽດນາມ ​ແລະ ຝຣັ່ງ ພາຍຫຼັງ​ການ​ຢ້ຽມຢາມ, ພິ​ເສດ, ​ໃນ​ສະພາບ​ການ 2 ປະ​ເທດ​ພວມ​ສຸ້ຊົນ​ກໍ່ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດທ​ະສາດ​ເລິກ​ເຊິ່ງ ​ແລະ ຮອບດ້ານ. ຕາມ​ທ່ານສາດ​ສະ​ດາ​ຈານ Pierre Journoud, ຄູ​ສອນ​ວິຊາ​ປະຫວັດສາດ​ປະ​ຈຸ​ບັນ​ຂອງ​ມະຫາວ​ິທະຍາ​​ໄລ Paul – Valery Montpellier 3 ​ແລ​້ວ, ຝຣັ່ງ ມີ​ບັນດາ​ຄວາມ​ສາມາດ​ບົ່ມ​ຊ້ອນ​​ແຫ່ງ​ການ​ຮ່ວມ​ມື​ອັ​ນ​ໃຫຍ່​ຫຼວງ​ໃນ​ຫຼາຍ​ຂົງ​ເຂດ ​ແລະ ປາດ​ຖະໜາ​ຢາກຮ່ວມ​ມື​ຍາວ​ນານ​ກັບ ຫວຽດນາມ. ທ່ານ​ກໍ່​ເນັ້ນ​ໜັກ​ວ່າ: ສຳລັບ ຝຣັ່ງ, ຫວຽດນາມ​ແມ່ນ​ປະ​ເທດ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ກາລະ​ໂອກາດ​ຫຼາຍ​ຢ່າງ. ຝຣັ່ງ ນັບ​ມື້​ນັບ​ຫຍັບ​ມໍ່​​ເຂົ້າກັບ ຫວຽດນາມ ​ໃນຂະນະ​ທີ່ ຫວຽດນາມ ກໍ່​ພວມ​ນັບ​ມື້​ນັບ​ເປີດ​ປະຕູ​ກັບ​ໂລກ​ທັງ​ທາງ​ດ້ານ​ເສດຖະກິດ ​ແລະ ວັດທະນະທຳ. ສ່ວນ ປອ ປະຫວັດສາດ Patrice Jorland, ອະດີດ​ປະທານ​ສະມາຄົມ​ມິດຕະພາບ ຝຣັ່ງ - ຫວຽດນາມ (AAFV) ​ໄດ້​ສະ​ແດງຄວາມ​ຫວັງ​ວ່າ ການ​ຢ້ຽມຢາມ ຫວຽດນາມ ຂອງ​ທ່ານ​ປະທານາທິບໍດີ ຝຣັ່ງ ຈະຊຸກຍູ້​ການ​ພົວພັນ​ລະຫວ່າງ 2 ປະ​ເທ​ດ.

        ສາດສະດາຈານ Henry Dang, ​ເຊິ່ງ​ແມ່ນ​ຊາວ ຫວຽດນາມ ດຳລົງ​ຊີວິດ​ຢູ່ ຝຣັ່ງ, ຄູ​ສອນ​ຢູ່​ມະຫາວິທະຍາ​ໄລ Paris 1 – Sorbonne, ​ໃຫ້​ຮູ້​ວ່າ: ທ່ານ​ປາດ​ຖະໜາ​ວ່າ ​: ຝຣັ່ງ ຈະສະໜັບ​ສະ​ໜູນ ຫວຽດນາມ ຫຼາຍ​ກ່ວາ​ໃນ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ ​ແລະ ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດທະ​ສາດ​ລະຫວ່າງ ຝຮັ່ງ ​ແລະ ຫວຽດນາມ ນັບ​ມື້​ນັບ​ກ້າວ​ເຂົ້າ​ສູ່​ແທດ​ຈິງ, ​ເພີ່ມ​ທະວີ​ການ​ພົວພັນ​ແລກປ່ຽນ​ເສດຖະກິດ, ການ​ຄ້າ ​ແລະ ວັດທະນະທຳ​ລະຫວ່າງ 2 ປະ​ເທ​ດ.


ຂ່າວ/ບົດ​ອື່ນ